ແຂວງ ແຄ໋ງຮ່ວາ ສືບຕໍ່ຈັດຕັ້ງ ງານວາງສະແດງເຄື່ອນທີ່ຮູບພາບ ກ່ຽວກັບໝູ່ເກາະ ເຈື່ອງຊາ

ແຂວງ ແຄ໋ງຮ່ວາ ສືບຕໍ່ຈັດຕັ້ງ ງານວາງສະແດງເຄື່ອນທີ່ຮູບພາບ ກ່ຽວກັບໝູ່ເກາະ ເຈື່ອງຊາ - ảnh 1
ຜູ້ຮັບຊົມຮູບຖ່າຍໃນງານວາງສະແດງ ເປັນຈຳນວນຫຼວງຫຼາຍ
(ພາບ: laodong.com)

 (vovworld) - ຕອນ​ບ່າຍ​ວັນ​ທີ 1/5, ງານ​ວາງສະ​ແດງຮູບ​ພາບ​ສະຖານະ​ການ - ສິລະ​ປະ “​ເຈື່ອງ​ຊາ ທີ່​ຮັກ​ແພງ” ​ໂດ​ຍ ສະມາຄົມ​ນັກ​ສິລະ​ປິນຖ່າຍຮູບ ຫວຽດນາມ ສົມທົບ​ກັບ​ສະມາຄົມ​ວັນ​ນະ​ຄະດີ ສິລະ​ປະ ​ແຂວງ ​ແຄ໋ງຮ່ວາ ຈັດ​ຕັ້ງ ​ໄດ້​​ອັດ​ລົງ ຢູ່​ນະຄອນ ຍາ​ຈາງ. ຄະນະ​ຈັດ​ຕັ້ງ​ໄດ້ມອບ​ຮູບ​ຖ່າຍບາງ​ແຜ່ນ​ໃຫ້​ແກ່​ບັນດາໂຮງຮຽນ​​ໃຫຍ່​ຢູ່​ນະຄອນ ຍາ​ຈາງ. ງານ​ວາງສະ​ແດງ​ຖືກ​ຈັດ​ຂຶ້ນ​​ແຕ່​ວັນ​ທີ 26/4, ຢູ່​ສວນສາທາລະນະ​ແຄມຝັ່ງ​ທະ​ເລ ຍາ​ຈາງ, ​ໄດ້​ແນະນຳ​ຮູບ​ຖ່າຍ 70 ​ແຜ່ນຂອງ​ນັກ​ຂ່າວ, ນັກ​ສິລະ​ປິນຖ່າຍຮູບ ​ເຈີ​ນມິນ​ງອກ. ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ຮູບ​ຖ່າຍຂະໜາດ​ໃຫຍ່ 6 ​ແຜ່ນ​ໃຫ້​ແກ່​ໂຮງຮຽນ 6 ​ແຫ່ງ​ຢູ່​ນະຄອນ ຍາ​ຈາງ, ​ມອບ​ຮູບ​ຖ່າຍ​ພະ​ແກ້ວ​ຢູ່ວັດ ​ເຈື່​ອງຊາ ​ໃຫຍ່ໃຫ້​ວັດ ວ້ານດຶກ ຢູ່ນະຄອນ ຍາ​ຈາງ , ມອບ​ຮູບ​ຖ່າຍ 2 ​​ແຜ່ນກ່ຽວ​ກັບ​ທິວ​ທັດ​ທຳ​ມະ​ຊາດ​ຢູ່​ນະຄອນ ຍາ​ຈາງ ​ໃຫ້ເມືອງ​ເກາະ ​ເຈື່ອງ​ຊາ . ນັກ​ຂ່າວ, ນັກ​ສິລະ​ປິນຖ່າຍຮູບ ​ເຈີ​ນມິນ​ງອກ ​ໃຫ້​ຮູ້​ວ່າ:

“ບັນດາ​ຮູບ​ຖ່າຍ​ກ່ຽວ​ກັບ​ໝູ່​ເກາະ ​ເຈື່ອງ​ຊາ ຖືກ​ແຂວນຢູ່​ບ່ອນ​ທີ່​ບັນດາ​ນ້ອງ​ນັກຮຽນ​ເຫັນ​ໄດ້​ງ່າຍ. ຂ້າພະ​ເຈົ້າ ຫວັງ​ວ່າ: ບັນດາ​ຮູບ​ຖ່າຍກ່ຽວ​ກັບໝູ່​ເກາະ ​ເຈື່ອງ​ຊາ ຈະ​ຊ່ວຍ​ໃຫ້​ລຸ້ນ​ຕໍ່​ໄປ​ສືບ​ທອດ​ລຸ້ນພໍ່​ລຸ້ນອ້າຍ​ໃນ​ການ​ຕໍ​່ສູ້​ປົ​ກປັກ​ຮັກສາ​ອະທິປະ​ໄຕ​ໝູ່​ເກາະ ຮ່ວາງ​ຊາ -  ​ເຈື່ອງ​ຊາ”

        ​ໄລຍະ​ເວລາ​ໃກ້ໆ​ນີ້, ສະມາຄົມ​ວັນ​ນະຄະ​ດີ ສິລະ​ປະ, ສະ​ມາ​ຄົມນັກ​ຂ່າວ​ແຂວງ ​ແຄ໋ງຮ່ວາ ຈະຈັດ​ຕັ້ງ​ງານ​ວາງສະ​ແດງ​ເຄື່ອນ​ທີ່​ກ່ຽວ​ກັບ​ໝູ່​ເກາະ ​ເຈື່ອງຊາ ຢູ່​ທ້ອງ​ຖິ່ນ​ຕ່າງໆ ​ແລະ ບັນດາ​ໂຮງຮຽນ ​ໃນ​ບໍລິ​ເວນ​ແຂວງ.

ຂ່າວ/ບົດ​ອື່ນ