ແຂວງ​ກ໋​ວາງ​ຈິ​ພ້ອມ​ແລ້ວ​ທີ່​ຈະ​ຜັນຂະ​ຫຍາຍ​ວຽກ​ງານ​ຮັບ​ມື​ກັບ​ພາ​ຍຸ Saudel ຢ່າງ​ທັນ​ການ

(VOVWORLD) -ວັນທີ 22 ຕຸລາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບິ່ງ ໄດ້ມີການເຮັດວຽກກັບການນຳແຂວງກ໋ວາງຈິ ກ່ຽວກັບວຽກງງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກ ນ້ຳຖ້ວມ.
ແຂວງ​ກ໋​ວາງ​ຈິ​ພ້ອມ​ແລ້ວ​ທີ່​ຈະ​ຜັນຂະ​ຫຍາຍ​ວຽກ​ງານ​ຮັບ​ມື​ກັບ​ພາ​ຍຸ Saudel ຢ່າງ​ທັນ​ການ - ảnh 1ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບິ່ງທ່ານຮອງນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຕີລາຄາວ່າ ແຂວງກ໋ວາງຈິ ແມ່ນສະຖານທີ່ ໄດ້ຮັບຜົນສະທ້ອນ ແລະ ເສຍຫາຍຢ່າງໜັກໜ່ວງທີ່ສຸດ ຈາກນ້ຳຖ້ວມໃນວົງກ້ວາງຢູ່ທຸກເມືອງ, ເທດສະບານ, ນະຄອນ.

        ຕໍ່ໜ້າສະພາບການຝົກຕົກໜັກ, ນ້ຳຖ້ວມຍັງມີການຜັນແປ່ຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ແລະ ພາຍຸ Saudel ອາດຈະກໍ່ຜົນສະທ້ອນໂດຍກົງຕໍ່ບັນດາແຂວງເຂດພາກກາງ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ ແຂວງກ໋ວາງຈິ ສືບຕໍ່ຕິດຕາມກວດກາສະພາບການ ແລະ ພະຍາກອນອາກາດ, ມີການຊີ້ນຳ, ຜັນຂະຫຍາຍວຽກງານຮັບມື, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ ດ້ວຍບັນດາວິທີການທີ່ມີຄວາມພ້ອມກ່ວາ, ເປັນເຈົ້າການກ່ວາອີກ, ເດັດຂາດບໍ່ໃຫ້ປະໝາດ. ທາງແຂວງຕ້ອງປະຕິບັດການຊີ້ນຳຂອງ ລັດຖະບານ, ທ່ານນາຍົກລັດຖະມົນຕີກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດຢ່າງເຄັ່ງຄັດ, ເຊື່ອມຊຶມທິດນຳ “ການປ້ອງກັນດີກ່ວາການຕ້ານ”, ເຂື່ອນໄຫວບັນດາອ່າງເກັບນ້ຳ, ເຄື່ອນໄຟຟ້າຢ່າງປອດໄພ ແລະ ຖືກຕ້ອງຕາມຂັ້ນຕອນ, ສຸມໃສ່ປົກປ້ອງຊີວິດອິນຊີ ແລະ ຊັບສິນ, ຮັກສາການດຳລົງຊີວິດປະຊາຊົນໃຫ້ເປັນປົກກະຕິ, ຕັ້ງໜ້າຜັນຂະຫຍາຍວຽກງານກູ້ໄພກູ້ຊີບ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ກຳລັງເຂົ້າຮ່ວມວຽກງານກູ້ໄພກູ້ຊີບ.

ຕອບກັບ

ຂ່າວ/ບົດ​ອື່ນ