ແຂວງກວາງນິງ ກະກຽມຈັດຕັ້ງສັບປະດາທ່ອງທ່ຽວຮະລອງ-ກວາງນິງ 2020

(VOVWORLD) -ສັບປະດາທ່ອງທ່ຽວຮະລອງ-ກວາງນິງ ຈະເລີ່ມແຕ່ວັນທີ 16 ພຶດສະພາ.

ຄາດວ່າຈະມີຫຼາຍລາຍການ, ເຫດການທີ່ດຶງດູດປະຊາຊົນ ແລະ ນັກທ່ອງທ່ຽວເຂົ້າຮ່ວມຄື: ງານຕະຫຼາດນັດ OCOP ກວາງນິງ, ງານບຸນວັດທະນະທຳອາຫານການກິນ ມ໊ອງກ໊າຍ ລະດູແລ້ງ 2020, ບັນດາເຫດການວັດທະນະທຳ - ສິລະປະ, ອາຫານການກິນຢູ່ ອວງບີ໊…

        ນອກນັ້ນ, ໃນເດືອນພຶດສະພາ 2020 ນີ້, ມີຫຼາຍເຫດການວັດທະນະທຳ- ກິລາຂັ້ນແຂວງ, ຂັ້ນເມືອງກໍ່ໄດ້ຈັດຕັ້ງຂຶ້ນຄື: ງານປະກາດ ແລະ ວາງສະແດງວັດຖຸປະເສີດແຫ່ງຊາດແຂວງກວາງນິງ, ບຸນຊ່ວງເຮືອທີ່ເປັນປະເພນີ ແບກດັ່ງ, ການເຄື່ອນໄຫວນະມັດສະການຢູ່ວັດ ງົວະເວີນ, ດົງຈ່ຽວ…

ຕອບກັບ

ຂ່າວ/ບົດ​ອື່ນ