ແຂວງ​ກວ໋າງນິງ ປຶກສາ​ຫາລື​ກ່ຽວກັບ​ມາດ​ຕະການ​ເພີ່ມ​ຄຸນ​ນະພາ​ບ PCI ປີ 2020

(VOVWORLD) -ປີ 2020, ແຂວງກວ໋າງນິງ ສູ້ຊົນບັນລຸຄະແນນແຕ່ 75,3 ຄະແນນ ເຊິ່ງເພີ່ມຂຶ້ນ 1,9 ຄະແນນ ເມື່ອທຽບໃສ່ປີ 2019.
ແຂວງ​ກວ໋າງນິງ ປຶກສາ​ຫາລື​ກ່ຽວກັບ​ມາດ​ຕະການ​ເພີ່ມ​ຄຸນ​ນະພາ​ບ PCI ປີ 2020 - ảnh 1ກອງປະຊຸມລົງເລິກວິໄຈດັດຊະນີຄວາມອາດສາມາດໃນການແກ້ງແຍ້ງຂັ້ນແຂວງ (PCI) ປີ 2019 ແລະ ປຶກສາຫາລືກ່ຽວກັບມາດຕະການຍົກສູງຄຸນນະພາບຂອງ PCI ປີ 2020 (ພາບ: TTXVN)

        ວັນທີ 25 ພຶດສະພາ, ແຂວງກວ໋າງນິງ ໄດ້ຈັດຕັ້ງກອງປະຊຸມລົງເລິກວິໄຈດັດຊະນີຄວາມອາດສາມາດໃນການແກ້ງແຍ້ງຂັ້ນແຂວງ (PCI) ປີ 2019 ແລະ ປຶກສາຫາລືກ່ຽວກັບມາດຕະການຍົກສູງຄຸນນະພາບຂອງ PCI ປີ 2020. ປີ 2020, ແຂວງກວ໋າງນິງ ສູ້ຊົນບັນລຸຄະແນນແຕ່ 75,3 ຄະແນນ ເຊິ່ງເພີ່ມຂຶ້ນ 1,9 ຄະແນນ ເມື່ອທຽບໃສ່ປີ 2019. ສໍາລັບ 10 ດັດຊະນີສ່ວນປະກອບນັ້ນ, ແຂວງກວາງນິງສູ້ຊົນບັນລຸ 8 ດັດຊະນີນອນໃນ Top 5 ໃນຈໍານວນ 63 ແຂວງ, ນະຄອນ ແລະ 2 ດັດຊະນີນອນໃນ Top 10/63 ແຂວງ, ນະຄອນ. ແຂວງກວ໋າງນິງ ຈະບຸລິມະສິດສຸມໃສ່ ແລະ ປັບປຸງຄະແນນ ແລະ ການຈັດອັນດັບຂອງ 3 ດັດຊະນີ ຢ່າງກະໂດດຂ້ັນຄື: ລາຄາເຂົ້າຮ່ວມການຕະຫຼາດ, ສໍາຜັດທີ່ດິນ ແລ ການບໍລິການໜູນຊ່ວຍວິສາຫະກິດ.


ຕອບກັບ

ຂ່າວ/ບົດ​ອື່ນ