ແຂວງກວາງນິງຈັດຕັ້ງກວ່າ 100 ເຫດການເພື່ອກະຕຸ້ນການທ່ອງທ່ຽວປີ 2021

(VOVWORLD) -ແຂວງ ກວາງນິງ ຫາກໍ່ເປີດບາງການບໍລິການ ແລະ ເຂດ, ສະຖານທີ່ທ່ອງທ່ຽວຢູ່ໃນບໍລິເວນແຂວງຄືນໃໝ່ ນັບແຕ່ວັນທີ 02 ມີນາ, ໄລຍະທົດລອງເປີດການບໍລິການດັ່ງກ່າວແມ່ນຮອດວັນທີ 15 ມີນາ 2021…
ແຂວງກວາງນິງຈັດຕັ້ງກວ່າ 100 ເຫດການເພື່ອກະຕຸ້ນການທ່ອງທ່ຽວປີ 2021 - ảnh 1ແຂວງກວາງນິງຈັດຕັ້ງກວ່າ 100 ເຫດການເພື່ອກະຕຸ້ນການທ່ອງທ່ຽວປີ 2021
(ພາບ: congthuong.vn)

ເຖິງຢ່າງໃດກໍ່ຕາມ, ຄາດວ່າຮອດທ້າຍໄຕມາດທີ 1 ປີ 2021, ຈຳນວນນັກທ່ອງທ່ຽວມາແຂວງ ກວາງນິງ ຍັງບໍ່ທັນເພີ່ມຂຶ້ນຫຼາຍ. ທ່ານນາງ ຫງວຽນຖຸຍອຽນ, ຮອງຫົວໜ້າພະແນກທ່ອງທ່ຽວແຂວງ ກວາງນິງ, ໃຫ້ຮູ້ວ່າ.

        “ຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19, ໄລ່ມາຮອດຈຸດເວລານີ້ ມີຜູ້ອອກແຮງງານເຮັດວຽກໂດຍກົງໃນຂະແໜງປະມານ 7.800 ຄົນ (ປະມານ 30%) ໄດ້ພັກງານ; ພັກງານຊົ່ວຄາວ, ພັກແບບບໍ່ເອົາເງິນເດືອນ ແລະ ອາດຈະມາເຮັດວຽກຄືນໃໝ່ປະມານ 50%... ຍ້ອນເຫດນັ້ນ, ພະແນກທ່ອງທ່ຽວ ຈະພ້ອມກັບບັນດາອົງການ ເປັນເຈົ້າພາບສົມທົບກັບບັນດາຄະນະ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງ, ໂດຍສະເພາະແມ່ນຂະແໜງແຮງງານ ແລະ ບັນດາຮາກຖານບຳລຸງສ້າງ ເພື່ອບຳລຸງສ້າງຖັນແຖວຜູ້ອອກແຮງງານໃຫ້ແກ່ບັນດາວິສາຫະກິດທ່ອງທ່ຽວທີ່ຖືກຜົນສະທ້ອນຄືນໃໝ່”.

ຕອບກັບ

ຂ່າວ/ບົດ​ອື່ນ