ແຂວງກວ໋າງນີງຕ້ອນຮັບກຳປັ່ນເຂົ້າທຽບທ່າເພື່ອຮັບເອົາຖ່ານຫີນ33.700ໂຕນໃນໂອກາດຕົ້ນປີໃຫມ່

ແຂວງກວ໋າງນີງຕ້ອນຮັບກຳປັ່ນເຂົ້າທຽບທ່າເພື່ອຮັບເອົາຖ່ານຫີນ33.700ໂຕນໃນໂອກາດຕົ້ນປີໃຫມ່ - ảnh 1
ພາບ​ປະ​ກອບ:internet

(vovworld)- ວັນ​ທີ 8/2 ກົງ​ກັບ​ວັນ​ທີ 1/1 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ, ຢູ່​ທ່າ​ກຳ​ປັ່ນ ເກື໋ອ​ອົງ ແຂວງ ກວ໋າງ​ນີງ, ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ຖ່ານ​ຫີນ​ແລະ​ບໍ່​ແຮ່​ຫວຽດ​ນາມ ແລະ ບໍ​ລິ​ສັດ Vinacomin ໄດ້​ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮັບ​ກຳ​ປັ່ນ 2 ລຳ​ເຂົ້າ​ທຽບ​ທ່າ​ຮັບ​ເອົາຖ່ານ​ຫີນ 33.7000 ໂຕນ​ ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ​ໃຫມ່​ປີ​ວອກ. ເລື່ອງ​ຕ້ອນ​ຮັບ​ກຳ​ປັ່ນ 2 ລຳ​ດັ່ງ​ກ່າວ​ແມ່ນ​ມີ​ຄວາມ​ໝາຍ​ເປີດ​ສາກ​ໃຫ້​ລະ​ດູ​ການ​ຈຳ​ຫນ່າຍ​ຖ່ານ​ຫີນ​ຢ່າງ​ມີ​ໄຊ ແລະ ການ​ຜະ​ລິດ​ຂອງ​ກຸ່ມ​ບໍ​ລິ​ສັດ​ດັ່ງ​ກ່າວ​ແມ່ນ​ມີ​ຄວາມ​ສະ​ດວກ, ໂຊກ​ດີ, ປະ​ຕິ​ບັດ​ແຜນ​ການ​ຜະ​ລິດ ແລະ ຈຳ​ຫນ່າຍ​ຖ່ານ​ຫີນ​ໃນ​ປີ 2016 ສຳ​ເລັດ​ຜົນ. ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ, ບັນ​ດາ​ກຳ​ປັ່ນ​ເຂົ້າ​ທຽບ​ທ່າ​ກຳ​ປັ່ນ​ເພື່ອ​ຮັບ​ເອົາ​ຖ່ານ​ຫີນ ລ້ວນ​ແຕ່​ໄດ້​ຮັບ​ການ​ຕ້ອນ​ຮັບ​ຈາກ​ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ຖ່ານ​ຫີນ ແລະ ບໍ່​ແຮ່​ຫວຽດ​ນາມ ຕາມ​ຮີດ​ຄອງ​ປະ​ເພ​ນີ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ​ຂອງ​ຫວຽດ​ນາມ.

 

 

ຂ່າວ/ບົດ​ອື່ນ