ແຂວງກວາງນິງ:ຕ້ອນຮັບໃບຢັ້ງຢືນເຂດປູຊະນີຍະສະຖານປະຫວັດສາດສະໄໝເຈີ່ນແມ່ນປູຊະນິຍະສະຖານລະດັບຊາດພິເສດ

ແຂວງກວາງນິງ:ຕ້ອນຮັບໃບຢັ້ງຢືນເຂດປູຊະນີຍະສະຖານປະຫວັດສາດສະໄໝເຈີ່ນແມ່ນປູຊະນິຍະສະຖານລະດັບຊາດພິເສດ  - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ມອບໃບ​ຢັ້ງຢືນໃຫ້ແຂວງ ກວາງນິງ
(ພາບ: Quảng Ninh)

(vovworld) – ຕອນ​ຄຳ່​ວັນ​ທີ 13/9, ​ຢູ່​ເມືອງ ດົງ​ຈ່ຽວ (​ແຂວງ ກວາງ​ນິງ, ​ໄດ້​ຈັດ​ຕັ້ງພິທີ​ຕ້ອນຮັບ​ໃບ​ຢັ້ງຢືນ​​ເຂດປູຊະນີຍະສະຖານປະຫວັດສາດ​ສະ​ໄໝ​ລາດ​ຊະ​ວົງ ​ເຈີ່ນ ​ເປັນປູຊະນີຍະສະຖານລະດັບ​ຊາດພິ​ເສດ​.

    ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ແຂວງ ກວາງ​ນິງ ​ເວົ້າ​ລວມ ​ແລະ ​ເມືອງ ດົງ​ຈ່ຽວ ​ເວົ້າ​ສ​ະ​ເພາະ​ໃນ​ການ​ອະນຸ​ລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນ​ຄ້າ​ວັດທ​ະນະ​ທຳ​ຂອງ​ຊາດ. ທ່ານ​ຮອງ​ນາ​ຍົກລັດຖະມົນຕີ ຮຽກຮ້ອງ​ວ່າ:

    “​ແຂວງ ກວາງ​ນິງ ​ແລະ ​ເມືອງ ດົງ​ຈ່ຽວ ຄວນ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ການປະຕິບັດ​ແຜນ​ສັງ​ລວມອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸ​ນຄ່າ​ເຂດ​ປູຊະນີຍະສະຖານ​ທີ່​ນາຍົກລັດຖະມົນຕີ​ໄດ້​ອະນຸມັດ​ຜ່ານ​ຢ່າງ​ມີ​ປະສິດທິ​ຜົນ. ສະ​ເໜີ​ໃຫ້​ແຂວງ ​ແລະ ​ເມືອງ​ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຮ່ວມ​ມື​ລະຫວ່າງ​ບັນດາ​ເຂດ, ທ້ອງ​ຖີ່​ນ, ​ເສີມ​ຂະຫຍາຍ​ທ່າ​ໄດ້​ປຽບ​ກ່ຽວ​ກັບ​ບັນດາ​ມໍ​ລະ​ດົກ​ວັດະ​ນະ​ທຳ, ມໍລະດົກ​ທຳ​ມະ​ຊາດ, ລະບົບ​ງານ​ບຸນ, ໝູ່​ບ້ານ​ອາຊີບ​ເພື່ອ​ສ້າງ​ຕັ້ງ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່​ອຸດົມສົມບູນ, ​ເປັນ​ເອກະລັກ​ສະ​ເພາະ​ເຂັ້ມຂົ້ນ​ໄປ​ດ້ວຍ​ວັດທະນະທຳ​ອະລິຍາ​ທຳ​ແມ່​ນ້ຳ​ແດງ ຕິດ​ພັນ​ກັບ​ການ​ສ້າງ​ເຄື່ອງໝາຍ​ການທ່ອງທ່ຽວ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ ​ແລະ ​ເຂດ​ແຄມ​ທະ​ເລ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ກາຍ​ເປັນ​ຈຸດ​ນັດພົບ​ລະດັບ​ພາກ​ພື້ນ ​ແລະ ສາກົນ.”



ຂ່າວ/ບົດ​ອື່ນ