ແຂວງກ​ວາງ​ນາມ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ແຂວງ​ອັດ​ຕະ​ປື

(VOVWORLD) - ກວາງນາມ ປາດຖະໜາວ່າ ສອງແຂວງຈະຄົ້ນຄ້ວາເພື່ອສົມທົບກັນ, ຊອກຮູ້ການຮ່ວມມືລົງທຶນເພື່ອພ້ອມກັນພັດທະນາ. ແຂວງອັດຕະປື ພວມຮຽກຮ້ອງບໍລິສັດ ທາໂກ ເຈື່ອງຫາຍ ລົງທຶນເຂົ້າໃນຂົງເຂດລ້ຽງງົວ ແລະ ປູກຕົ້ນໄມ້ກິນໝາກ….
ແຂວງກ​ວາງ​ນາມ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ແຂວງ​ອັດ​ຕະ​ປື - ảnh 1

 (ພາບ: TTXVN)

   ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ  (5/9/1962 - 5/9/2022), ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ-ລາວ (18/7/1977 - 18/7/2022), ວັນທີ 22 ສິງຫາ, ທ່ານຟານຫວຽດເກື່ອງ, ເລຂາຄະນະພັກແຂວງກວາງນາມ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານແຂວງອັດຕະປື ໂດຍທ່ານ ເລັດ ໄຊຍະພອນ ເລຂາຄະນະພັກ, ເຈົ້າແຂວງອັດຕະປື ເປັນຫົວໜ້າຄະນະ ຊື່ງພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງກວາງນາມ. ທ່ານເລຂາຄະນະພັກແຂວງກວາງນາມ ຟານຫວຽດເກື່ອງ ໃຫ້ຮູ້ວ່າ, ໃນປີຜ່ານມາ, ສອງແຂວງກວາງນາມ ແລະ ອັດຕະປື ລ້ວນແຕ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19. ມາຮອດປະຈຸບັນ, ໂລກລະບາດໄດ້ຮັບການຄວບຄຸມໂດຍພື້ນຖານແລ້ວ, ບັນດາການເຄື່ອນໄຫວຜະລິດພວມໄດ້ຮັບການຟື້ນຟູຢ່າງແຮງ. ໃນ 6 ເດືອນຕົ້ນປີ 2022, ແຂວງກວາງນາມ ໄດ້ຮັບງົບປະມານກ່ວາ 1 ຕື້ USD, ສຳລັດແຜນການໂດຍສູນກາງມອບໝາຍໃຫ້. ທາງແຂວງສືບຕໍ່ພັດທະນາບັນດາສູນທ່ອງທ່ອຽວ, ອຸດສາຫະກຳ ແລະ logistics. ກວາງນາມ ປາດຖະໜາວ່າ ສອງແຂວງຈະຄົ້ນຄ້ວາເພື່ອສົມທົບກັນ, ຊອກຮູ້ການຮ່ວມມືລົງທຶນເພື່ອພ້ອມກັນພັດທະນາ. ແຂວງອັດຕະປື ພວມຮຽກຮ້ອງບໍລິສັດ ທາໂກ ເຈື່ອງຫາຍ ລົງທຶນເຂົ້າໃນຂົງເຂດລ້ຽງງົວ ແລະ ປູກຕົ້ນໄມ້ກິນໝາກ….

ຕອບກັບ

ຂ່າວ/ບົດ​ອື່ນ