ແຂວງກວາງນາມແລະເຊກອງເພີ່ມທະວີການຮ່ວມມືແລະພັດທະນາ

ແຂວງກວາງນາມແລະເຊກອງເພີ່ມທະວີການຮ່ວມມືແລະພັດທະນາ - ảnh 1
ແຂວງ​ກວາງ​ນາມ​ແລະ​ເຊ​ກອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ພັດທະນາ
(ພາບ: baoquangnam.com.vn)

(vovworld) - ວັນ​ທີ 8/8, ຢູ່​ນະຄອນ ຕາມ​ກີ່, ​ແຂວງ ກວາງ​ນາມ (ຫວຽດນາມ) ​ແລະ ​ເຊ​ກອງ (ລາວ) ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຂັ້ນ​ສູງ​ປະຈຳ​ປີ 2014 ຕີ​ລາຄາ​ການ​ປະຕິບັດ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ວາງ​ອອກ​ທີ່​ກອງ​ປະຊຸມ​ຂັ້ນ​ສູງ​ປະຈຳ​ປີ 2013 ​ແລະ ປຶກສາ​ຫາລື​ໂຄງການ​ຮ່ວມ​ມື​ລະຫວ່າງ 2 ​ແຂວງ​​ໃນ​ໄລຍະ​ຈະ​ມາ​ເຖິງ. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ເສີມ​ຂະຫຍາຍ​ຄວາມ​ສາມາ​ດບົ່ມ​ຊ້ອນ​ຂອງ​ແຕ່ລະ​ແຂວງ​ເພື່ອ​ຮ່ວມ​ມື​ພັດທະນາ​ດ້ານອຸດສາຫະກຳ, ການ​ຄ້າ, ສືບ​ຕໍ່​ຊຸກຍູ້ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້ແກ່​ວິ​ສາ​ຫະກິດ 2 ​ແຂວງ​ສົ່ງ​ເສີມ​ການ​ລົງທຶນ​ການ​ຄ້າ, ການ​ທ່ອງ​ທ່ຽວ, ບໍລິການ, ຜະລິດ, ປຸ້ງ​​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ, ຂຸດຄົ້ນແຮ່ທາດ 2 ​ແຂວງ​ຈະ​ເຊັນ​ສັນຍາ​ສະໜອງ​ສິນຄ້າ​ເພື່ອ​ເປີດ​ກ້ວາງ​ຕະຫຼາດ​ຊື້ - ຂາຍ 2 ສົ້ນ, ລາດຕະ​ເວນ​ເຂດ​ຊາຍ​ແດນ.

        ພາຍຫຼັງ​ກອງ​ປະຊຸມ​ຂັ້ນ​ສູງ​ປະຈຳ​ປີ 2013 ມາ​ຮອດ​ປະຈຸ​ບັນ, ການ​ເຄື່ອນ​ໄຫວ​ຮ່ວມ​ມື, ​ແລກປ່ຽນ​ລະ​ຫວ່າງ 2 ​ແຂວງ​ພັດທະນາ​ໃນ​ທຸກໆ​ຂົ​ງ​ເຂດຢ່າງ​ບໍ່​ຢຸດ​ຢັ້ງ. ບັນດາ​ການ​ເຄື່ອນ​ໄຫວ​ການ​ຄ້າ​ຂອງ 2 ​ແຂວງ​ຜ່ານ​ດ່ານ​ຊາຍ​ແດນ ນາມ​ຢາງ ນັບ​ມື້​ນັບ​ພັດທະນາ. ​ແຕ່​ຕົ້ນ​ປີ 2013 ມາ​ຮອດ​ປະຈຸ​ບັນ, ວົງ​ເງິນສົ່ງ​ອອກ - ນຳ​ເຂົ້າ​ຜ່ານ​ດ່ານ​ຊາຍ​ແດນ​ແຫ່ງນີ້​ບັນລຸ​ກ່ວາ 24 ລ້ານ USD.

 

 


ຂ່າວ/ບົດ​ອື່ນ