ແຂວງກ​ວ່າງບິ່ງ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ) ລົງນາມໃນບົດບັນທຶກການຮ່ວມມື

(VOVWORLD) -ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ນະຄອນ ດົງເຮີ່ຍ (ກວາງບິ່ງ), ຄະນະຜູ້ແທນຂັ້ນສູງແຂວງ ກວ່າງບິ່ງ ແລະ ສະຫວັນນະເຂດ (ລາວ) ໄດ້ພົບປະເຈລະຈາ, ລົງນາມບົດບັນທຶກການຮ່ວມມື.
ແຂວງກ​ວ່າງບິ່ງ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ) ລົງນາມໃນບົດບັນທຶກການຮ່ວມມື - ảnh 1ຄະນະຜູ້ແທນສອງຝ່າຍດຳເນີນການ ລົງນາມບົດບັນທຶກການຮ່ວມມື (ພາບ:  TTXVN)

ຄະນະຜູ້ແທນຂັ້ນສູງແຂວງກວ່າງບິ່ງ ນຳໂດຍທ່ານ ຫວູດ້າຍຖັ່ງ, ເລຂາພັກແຂວງ, ຫົວໜ້າຄະນະສະມາຊີກສະພາແຫ່ງຊາດແຂວງ. ຄະນະຜູ້ແທນຂັ້ນສູງແຂວງສະຫວັນນະເຂດ (ລາວ) ນຳໂດຍ ທ່ານ ສັນຕິພາບ ພົມວິຫານ, ເລຂາພັກແຂວງ, ເຈົ້າແຂວງ ສະຫວັນນະເຂດ, ເປັນຫົວຄະນະ.

ທີ່ການພົບປະ, ຫົວໜ້າຄະນະຜູ້ແທນຂັ້ນສູງສອງແຂວງ ກວາງບິ່ງ ແລະ ສະຫວັນນະເຂດ ໄດ້ລາຍງານສະພາບການເສດຖະກິດ - ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານກໍ່ສ້າງພັກ, ອຳນາດການປົກຄອງຂອງສອງແຂວງ. ການນຳແຂວງກວ່າງບິ່ງ ແລະ ສະຫວັນນະເຂດ ໄດ້ເຫັນດີເປັນເອກະພາບລົງນາມໃນບົດບັນທຶກຊ່ວຍຈຳທີ່ມີເນື້ອໃນສຳຄັນໃນການຮ່ວມມືພັດທະນາ. ໃນນັ້ນ, ສອງແຂວງສືບຕໍ່ແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງ, ຄະນະວຽກງານຊາຍແດນ, ຄະນະບັນດາອົງການຈັດຕັ້ງພັກ, ອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນຂອງ 2 ແຂວງ ໄປຢ້ຽມຢາມ, ແລກປ່ຽນບົດຮຽນປະສົບການດ້ວຍເນື້ອໃນທີ່ແທດຈິງ. ການລົງນາມໃນບົດບັນທຶກການຮ່ວມມືລະຫວ່າງ 2 ຄະນະຜູ້ແທນ ແມ່ນດຳເນີນໃນທຸກໆ ສອງປີ.

ຕອບກັບ

ຂ່າວ/ບົດ​ອື່ນ