ແຂວງກວາງຫງາຍກະກຽມພິທີອາໄລ ຫາທະຫານຮ່ວາງຊາ ປີ 2013

ແຂວງກວາງຫງາຍກະກຽມພິທີອາໄລ ຫາທະຫານຮ່ວາງຊາ ປີ 2013 - ảnh 1

(ພາບ: baogialai.com.vn)

(vovworld)- ​​ສັບປະດາວັດທະນະທຳທະເລໝູ່ເກາະປີ 2013 ດ້ວຍການເຄື່ອນໄຫວຕົ້ນຕໍແມ່ນພິທີອາໄລຫາທະຫານຮ່ວາງຊາ ຖືກຈັດຂຶ້ນ ຢູ່ເມືອງເກາະ ຫຼີເຊີນ ແລະ ນະຄອນກວາງຫງາຍ ​ແຕ່​ວັນ​ທີ 25-29/4. ນີ້​​ແມ່ນ​ຄັ້ງທຳ​ອິດ​ທີ່​ແຂວງ​ກວາງ​ຫງາຍ ຈັດ​ເຫດການ​ວັດທະນະທຳ​ຂະໜາດ​ໃຫ່ຍ ​ເພື່ອ​ແນ​ໃສ່​ໂຄສະນາ​ພາບ​ພົດ​ປະ​ເທດ​ຊາດ ​ແລະ ຊາວ​ກວາງ​ຫງາຍ. ພິ​ເສດ, ຜ່ານພິທີອາໄລຫາທະຫານຮ່ວາງຊາ ຈະ​ບຸກລຸກ​ນ້ຳ​ໃຈ​ຮັກ​ຊາດ, ສະຕິ​​ປົກ​ປັກ​ຮັກສາ​ອະທິປະ​ໄຕ, ພິ​ເສດ​ໃນ​ເຂດ​ທະ​ເລ​ຕາ​ເວັນ​ອອກ​ໃນ​ແກ່​ລຸ່ນໜຸ່ມ. ກ່ຽວ​ກັບ​ຈຸດ​ໃໝ່​ຂອງພິທີອາໄລຫາທະຫານຮ່ວາງຊາ ປີ​ນີ້, ທ່ານ ຫງວຽນ​ດັງ​ຫວູ໋, ຫົວໜ້າ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ການທ່ອງ​ທ່ຽວ​ແຂວງ​ກວາງ​ຫງາຍ ​ໃຫ້​ຮູ້​ວ່າ:

   “ພິທີອາໄລຫາທະຫານຮ່ວາງຊາ ຈັດ​ຂຶ້ນ​ຕາມ​ພິທີ​ອັນ​ເປັນ​ປະ​ເພນີໂດຍບັນດາວົງ​ຕະກູນ​ຂອງເກາະ​ຫຼີ​ເຊີນ ​ເຄີຍຈັດຕັ້ງປະຕິບັດ. ວັນ​ທີ 27/4 ມີ​ພິທີ​ພາວະນາ​ອາ​ໄລ​ຫາ, ພິທີ​ແຫ່ ​ແລະ ວັນ​ທີ​ 28/4 ​ແມ່ນ​ພິທີ​​ໃຫ່ຍ ຊື່​ງ​ໃນ​ນັ້ນມີ​ການ​ຟ້ອນ​ສິງ​ໂຕ, ຂັບ​ບາ​ຈ້າວ, ຟ້ອນ​ດາບ, ຊ່ວງ​ເຮືອ…​ແລະ ສິ້ນ​ສຸດ​ແມ່ນພິທີອາໄລຫາທະຫານຮ່ວາງຊາ. ປີນີ້​ມີ​ສິ່ງ​ແຕກ​ຕ່າງ​ກັບ​ຊຸມ​ປີ​ກ່ອນ ນັ້ນ​ແມ່ນ​ກະຊວງວັດທະນະທຳ, ກິລາ ​ແລະ ການທ່ອງ​ທ່ຽວຫວຽດນາມ ​ແລະ ສະພາ​ມໍລະດົກ​ວັດທະນະທຳ​ຂອງ​ກະຊວງ ​ໄດ້​ຮັບຮອງວິຫານ​ບ້ານ​ອານຫວິ໋ງ ​ແລະ ​ເຂດ​ປູ​ຊະ​ນີຍະສະ​ຖານ​ປະຫວັດ​ສາດ​ລະດັບ​ຊາດ​ຢ່າງ​ເປັນ​ທາງ​ການ ​ແລະ ຮັບຮອງພິທີອາໄລຫາທະຫານຮ່ວາງຊາ ​ແມ່ນ​ມໍລະ​ດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ລະດັບ​ຊາດ. ສະນັ້ນ, ປີ​ນີ້​ຈະ​ມີພີ​ທີແຫ່​ໃບຢັງຢືນ​ຮັບຮອງ​​ເຂດ​ປູຊະນີ​ສະຖານອີກ​ດ້ວຍ“.

ຂ່າວ/ບົດ​ອື່ນ