ແຂວງກວາງຫງາຍຕ້ອງສຸມໃສ່ລົງທຶນໃຫ້ແກ່ເສດຖະກິດກະສິກຳ

ແຂວງກວາງຫງາຍຕ້ອງສຸມໃສ່ລົງທຶນໃຫ້ແກ່ເສດຖະກິດກະສິກຳ - ảnh 1
ທ່ານ ຫງວຽນຊວນຟຸກ ເຮັດວຽກຢູ່ແຂວງ ກວາງຫງາຍ

(vovworld) – ​​ໂດຍ​ສືບ​ຕໍ່​ການ​ປະຕິບັດ​ງານ​ຢູ່​ພາກ​ກາງ, ຕອນ​ບ່າຍ​ວັນ​ທີ 9/8, ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ ກວາງ​ຫງາຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ໄດ້​ຊີ້​ແຈ້ງ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ​ຂ​ອງ​ແຂວງ​ໃນ​​ໄລຍະ​ອະນາຄົດ ​ແລະ ສະ​ເໜີ​ແຂວງ​ຕ້ອງ​ສືບ​ຕໍ່​ແກ້​ໄຂ​ຮູບ​ແບບ​ເສດຖະກິດ​ກະສິກຳ, ອຸດສາ​ຫະກຳ​ປຸງ​ແຕ່ງ, ຍົກ​ສູງ​ມູນ​ຄ່າ ​ແລະ ພັດທະນາ​ການບໍ​ລິ​ການ​ທີ່​ເໝາະສົມ​ກັບ​ກົດ​ເກນ​ກາ​ນຕະຫຼາດ. ທ່ານ​ນາ​ຍົກ​ລັດຖະມົນຕີ  ສະ​ເໜີ​ໃຫ້​ແຂວງ ກວາງ​ຫງາຍ ສືບ​ຕໍ່​ກວດກາ, ​ປັບປຸງ ​ແລະ ສ້າງລະບົບ​ອຳນາດ​ການ​ປົກຄອງ​ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະ​ດິດສ້າງ. ພິ​ເສດ, ​ແຂວງ ກວາງ​ຫງາຍ ​ເອົາ​ໃຈ​ໃສ່​ປະຕິບັດ​ວຽກ​ງານ​ໜູນ​ຊ່ວຍສັງຄົມ​ເປັນ​ຢ່າງ​ດີ, ​​ເບິ່ງ​ແຍງ​ດູ​ແລ​ໃຫ້​ແກ່​ເປົ້າ​ໝາຍ​ນະ​ໂຍບາຍ, ຜູ້​ມີ​ຄຸນງາມຄວາມດີ ​ແລະ ຜູ້​ທຸກ​ຍາກ, ໜູນ​ຊ່ວຍ​ຊາວ​ປະມົງ​ທຳ​ມາ​ຫາ​ກິນ, ຂຸດ​ຄົ້ນ​ສິນ​ໃນ​ນ້ຳ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ລົງ​ຢື້​ຢາມ​ຖາມ​ຂ່າວ, ລະດົມ​ກຳລັງ​​ໃຈ​ຄະນະ​ການ​ນຳ ​ແລະ ໝູ່​ຄະນະ​ພະນັກງານ, ນັກ​ເຕັກນິກ, ກຳມະກອນ, ຜູ້​ອອກ​ແຮງ​ງານ​ໂຮງງານ​ກັ່ນ​ນ້ຳມັນ ຢູງກວດ, ​ເຊິ່ງ​ແມ່ນ​ກິດຈະກຳ​ຈຸດ​ສຸມ​ແຫ່ງ​ຊາດ​ມີ​ຍອດ​ເງິ​ນລົງທຶນ​ກ່ວາ 3 ຕື້ USD, ສາມາດ​ປຸງ​ແຕ່ງນ້ຳມັນ​ດິບ​ໄດ້ 6,5 ລ້ານ​ໂຕນ/ປີ…



ຂ່າວ/ບົດ​ອື່ນ