ແຂວງກອນຕຸມ: ໜູນຊ່ວຍເບ້ຍໂສມງັອກລິງ ໃຫ້ແກ່ພໍ່ແມ່ປະຊາຊົນ ຈໍານວນ 46.500 ເບ້ຍ

(VOVWORLD) -ບໍລິສັດຫຸ້ນສ່ວນໂສມງັອກລິງກອນຕຸມ ແມ່ນໜຶ່ງໃນຫົວໜ່ວຍໃໝ່ ຖືກພະແນກກະສິກໍາ ແລະ ພັດທະນາຊົນນະບົດ ແຂວງກອນຕຸມ ມອບໃບຢັ້ງຢືນແຫຼ່ງແນວພັນໂສມງັອກລິງ. 

ແຂວງກອນຕຸມ: ໜູນຊ່ວຍເບ້ຍໂສມງັອກລິງ ໃຫ້ແກ່ພໍ່ແມ່ປະຊາຊົນ ຈໍານວນ 46.500 ເບ້ຍ - ảnh 1ພໍ່ແມ່ປະຊາຊົນດີໃຈເມື່ອໄດ້ຮັບແນວພັນໂສມງັອກລິງ ຈາກບໍລິສັດ 

ວັນທີ 16 ກັນຍາ, ຢູ່ຕາແສງມັງຣີ,ເມືອງ ຕູເມຣົງ, ແຂວງກອນຕຸມຂອງຫວຽດນາມ ບໍລິສັດຫຸ້ນສ່ວນໂສມງັອກລິງກອນຕຸມ ໄດ້ໜູນຊ່ວຍແນວພັນໂສມງັອກລິງ ຈໍານວນ 46.500 ເບ້ຍ ໃຫ້ແກ່ພໍ່ແມ່ປະຊາຊົນຊົນຢູ່ 4 ຕາແສງຂອງເມືອງ ຕູເມີຣົງ ຄື ມັງຣີ,ເຕຊັງ, ງັອກໄລ, ດັກນາ ແລະ 3 ຕາແສງຂອງເມືອງດັກ ກລີ ຄື ເມືອງຮອງ, ງັອກລິງ, ຊົບ ແຕ່ລະຕາແສງແມ່ນ 1.000 ເບ້ຍ. ສ່ວນຈໍານວນຍັງເຫຼືອ  ແມ່ນ 39.500 ເບ້ຍນັ້ນ, ທາງບໍລິສັັດໄດ້ໜູນຊ່ວຍໃຫ້ໜ່ວຍ ແລະ ກຸ່ມຜະລິດ  ເຊິ່ງມີ 410 ຄົນ ແມ່ນ ກໍາມະກອນເຂົ້າຮ່ວມການປູກໂສມກັບບໍລິສັດ. ອ້າຍ ອາຮຽງ, ຢູ່ຕາແສງ ງັອກລິງ,ເມືອງ ດັກ ກລີ ໃຫ້ຮູ້ວ່າ :

        “ໂສມງັອກລິງ ແມ່ນໂສມຊະນິດໜຶ່ງທີ່ມີຄ່າ, ກ່ອນໜ້ານີ້ ເຄີີຍມີຢູ່ຕາແສງງັອກລິງແລ້ວ ແຕ່ແນວພັນຖືກສູນຫາຍໄປ ຍ້ອນການຂຸດຄົ້ນຢ່າງຊະຊາຍ ບໍ່ໄດ້ຮັບການປົກປັກຮັກສາ. ໂຊກດີ ທີ່ມີບໍລິສັດດັ່ງກ່າວໄດ້ອະນຸລັກຮັກສາແນວພັນນີ້ໄວ້ ສະນັ້ນ, ປັດຈຸບັນພໍ່ແມ່ປະຊາຊົນ ຈິ່ງມີແນວພັນໂສມ ເພື່ອຂະຫຍາຍຕົ້ນຢາສະໝູນໄພທີ່ມີຄ່ານີ້. ທາງຕາແສງຈະປູກຢູ່ເຂດດຽວ ເພື່ອມີຄວາມສະດວກໃນການຄຸ້ມຄອງ, ບົວລະບັດ ແລະ ຂະຫຍາຍແນວພັນໂສມນີ້”.

        ບໍລິສັດຫຸ້ນສ່ວນໂສມງັອກລິງກອນຕຸມ ແມ່ນໜຶ່ງໃນຫົວໜ່ວຍໃໝ່ ຖືກພະແນກກະສິກໍາ ແລະ ພັດທະນາຊົນນະບົດ ແຂວງກອນຕຸມ ມອບໃບຢັ້ງຢືນແຫຼ່ງແນວພັນໂສມງັອກລິງ. ປັດຈຸບັນ, ບໍລິສັດດັ່ງກ່າວພວມມີເນື້ອທີ່ປູກໂສມງັອກລິງ ເກືອບ 500 ha ແລະ ຍັງບໍ່ທັນມີຜະລິດຕະພັນຂາຍອອກສູ່ຕະຫຼາດເທື່ອ. ເປົ້າໝາຍຂອງບໍລິສັດ ແມ່ນປົກປັກຮັກສາແຫຼ່ງແນວພັນ ເພື່ອທັງສືບຕໍ່ເປີດກວ້າງເນື້ອທີ່ປູກ ທັງໜູນຊ່ວຍພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ຢູ່ທີ່ເຂດປູກໂສມງອກລິງ ສາມາດລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ. ປັດຈຸບັນ ລາຄາຂາຍໂສມງັອກລິງສົດ ທີ່ມີທັງຫົວ ແລະ ທັງໃບ ຊະນິດ 100 gram/ຫົວ ແມ່ນ 120 ລ້ານດົ່ງ/kg. 

ຕອບກັບ

ຂ່າວ/ບົດ​ອື່ນ