ແຂວງກາວບັ່ງ ເພີ່ມທະວີການຮ່ວມມືກັບແຂວງກວາງຊີ (ຈີນ)

ແຂວງກາວບັ່ງ ເພີ່ມທະວີການຮ່ວມມືກັບແຂວງກວາງຊີ (ຈີນ) - ảnh 1
ແຂວງກາວບັ່ງ ເພີ່ມທະວີການຮ່ວມມືກັບແຂວງກວາງຊີ (ຈີນ)
(ພາບ: baocaobang.vn)


(vovworld) – ວັນ​ທີ 30/12, ການ​ນຳ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກາວ​ບັ່ງ (ຫວຽດນາມ) ​ໄດ້​ໃຫ້ການ​ຕ້ອນຮັບ ​ແລະ ​ເຮັດວຽກ​ກັບ​ຄະນະ​ຜູ້​ແທນ​ເມືອງ ຈິງ​ສີ; ​ແຂວງ​ກວາງ​ຊີ, ປະ​ເທດ​ຈີນ ​ໂດຍ​ທ່ານ ​ແຂວງ​ແຊວ​ໜິງ, ​ເລຂາ​ຄະນະ​ພັກ​ເມືອງ​ຈິງ​ສີ, ​ເປັນ​ຫົວໜ້າ​ຄະນະມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ກາວ​ບັ່ງ. ຄະນະ​ຜູ້​ແທນ​ເມືອງ ຈິງ​ສີ ສະ​ເໜີ​ໃຫ້​ກວາງ​ບັ່ງ ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ຄື: ການ​ຄ້າ, ກະສິກຳ, ການທ່ອງ​ທ່ຽວ, ການ​ສຶກສາ; ກໍ່ສ້າງ​ເຂດ​ຮ່ວມ​ມື​ເສດຖະກິດ​ເຂດ​ຊາຍ​ແດນ ​ແລະ ສ້າງກົນ​ໄກ​ເຈລະຈາ​ຍາວ​ນານ​ລະຫວ່າງ 2 ປະ​ເທດ. ​ແຂວງ​ກາວ​ບັ່ງ ​ເຫັນ​ດີ​ຈະ​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ສະດວກ​ເພື່ອ​​ໃຫ້​ບັນດາ​ວິ​ສາ​ຫະກິດ ຈິງ​ສີ ມາ​ລົງທຶນ​ຢູ່​ກາວ​ບັ່ງ; ຍູ້​ແຮງ​ການ​ຮ່ວມມື​ພັດທະນາ​ດ້ານ​ການ​ຄ້າ, ການທ່ອງ​ທ່ຽວ, ກະສິກຳ; ​ເພີ່ມ​ທະວີ​ການຈັດ​ຕັ້ງ​ງານ​ຕະຫຼາດນັດ, ການ​ເຄື່ອນ​ໄຫວ​ວັດທະນະທຳ, ສີ​ລະ​ປະ ກິລາ, ດຶງ​ດູດ​ປະຊາຊົນ​ໄປມາ, ພົວພັນດ້ານ​ເສດຖະກິດ, ວັດທະນະທຳ.

ຂ່າວ/ບົດ​ອື່ນ