ແຂວງກຽນຢາງຮ່ວມມືກັບ 12 ທ້ອງຖິ່ນຂອງ 6 ປະເທດ ຢ່າງມີປະສິດທິຜົນ

(VOVWORLD) -ຕາມພະແນກພົວພັນຕ່າງປະເທດ ແຂວງ ກຽນຢາງແລ້ວ, ແຂວງນີ້ໄດ້ລົງນາມໃນສັນຍາການຮ່ວມມືກັບ 12 ແຂວງ, ນະຄອນ ຂອງ 6 ປະເທດ ລວມມີ: ກຳປູເຈຍ, ລາວ, ໄທ, ສເກົາຫລີ, ຝລັ່ງ ແລະ ຍີ່ປຸ່ນ.

ເນື້ອໃນການຮ່ວມມືໃນບັນດາຂົງເຂດ: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການລົງທຶນ, ການຄ້າ, ການທ່ອງທ່ຽວ, ກະສິກຳ ສິນໃນນ້ຳ, ສິ່ງແວດລ້ອມ, ວັດທະນະທຳ, ການສຶກສາ ແລະ ສາທາລະນະສຸກ.

ສຳລັບ ກຳປູເຈຍ ແຂວງ ກຽນຢາງໄດ້ລົງນາມໃນສັນຍາການຮ່ວມມືກັບ ບັນດາແຂວງ ຄື: Kampot, Kep, Preah Sihanouk, Koh Kong  ແລະ ນະຄອນ ພະນົມເປັນ.

ສຳລັບ ລາວ, ແຂວງ ກຽນຢາງ ໄດ້ລົງນາມໃນສັນຍາຮ່ວມມືຮອບດ້ານກັບ ແຂວງ ສະຫວັນນະເຂດ.

ຄຽງຄູ່ກັນນັ້ນ ແຂວງ ກຽນຢາງ ຍັງລົງນາມໃນສັນຍາການຮ່ວມມືກັບແຂວງ ຈັນທະບູຣີ ແລະ ຕາດ ຂອງໄທ ກ່ຽວກັບການທ່ອງທ່ຽວ, ກະສິກຳ, ການຄ້າ, ການລົງທຶນ, ສິນໃນນ້ຳ, ການລ້ຽງສັດ, ການສຶກສາວັດທະນະທຳ ແລະ ກິລາ.

ແຂວງ ກຽນຢາງ ກໍ່ໄດ້ລົງນາມໃນສັນຍາການຮ່ວມມືກັບ ແຂວງປົກຄອງພິເສດດ້ວຍຕົນເອງ Jeju ຂອງ ສເກົາຫລີ ກ່ຽວກັບບັນດາຂົງເຂດເສດຖະກິດ ວັດທະນະທຳ ສັງຄົມ ກິລາ, ຫນູນຊ່ວຍການເຄື່ອນໄຫວລົງທຶນ ດຳເນີນທຸລະກິດ, ແລກປ່ຽນຂໍ້ມູນຂ່າວສານ ແລະ ຄວາມຮູ້ໃນບາງຂົງເຂດ.

ສຳລັບ ຝລັ່ງ, ແຂວງ ກຽນຢາງໄດ້ລົງນາມໃນສັນຍາຮ່ວມມືກັບນະຄອນ Lorient ກ່ຽວກັບການຫາປາ ແລະ ປຸງແຕ່ງສິນໃນນ້ຳ, ຕໍ່ກຳປັ່ນ ແລະ ການສຶກສາ, ສາທາລະນະສຸກ, ການທ່ອງທ່ຽວ, ຫນູນຊ່ວຍການລົງທຶນພັດທະນາ, ແລກປ່ຽນຂໍ້ມູນຂ່າວສານ.

ນອກນັ້ນ ແຂວງ ກຽນຢາງຍັງລົງນາມໃນສັນຍາການຮ່ວມມືກັບນະຄອນ Kobe ແລະ ແຂວງ Yamaguchi ຂອງຍີ່ປຸ່ນ ກ່ຽວກັບຂົງເຂດສິ່ງແວດລ້ອມ, ນ້ຳປະປາ, ບຳບັດນ້ຳເສຍ, ກະສິກຳ, ການທ່ອງທ່ຽວ, ຮັກສາຄວາມສົດໃຫ້ຜະລິດຕະພັນສິນໃນນ້ຳ.

ຕອບກັບ

ຂ່າວ/ບົດ​ອື່ນ