ແຂວງຊອກຈັງ:ວາງສະແດງແຜນທີ່ແລະເອກະສານກ່ຽວກັບຮ່ວາງຊາແລະເຈື່ອງຊາ


ແຂວງຊອກຈັງ:ວາງສະແດງແຜນທີ່ແລະເອກະສານກ່ຽວກັບຮ່ວາງຊາແລະເຈື່ອງຊາ - ảnh 1
ແຂກມາຊົມງານວາງສະແດງ

(vovworld) - ຕອນ​ເຊົ້າ​ວັນ​ທີ 4/11, ຢູ່​ແຂວງ​ຊອກ​ຈັງ, ​ໄດ້​ໄຂ​ງານ​ ວາງສະ​ແດງ​ແຜນ​ທີ່ ​ແລະ ​ເອກະສານ​ ”​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາຂອງ​ຫວຽດນາມ - ບັນດາ​ຫຼັກ​ຖານ​ປະຫວັດສາດ ​ແລະ ນິຕິ​ກຳ”. ຢູ່​ທີ່​ນີ້​ວາງສະ​ແດງ ແຜນ​ທີ່ ​ແລະ ​ເອກະສານ 121 ສະບັບ​ຂອງ​ຫວຽດນາມ,​ຈີນ ​ແລະ ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ພ້ອມ​ກັບ​ບັນດາ​ຮູບ​ພາບ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ພັດທະນາ​ເສດຖະກິດ, ວັດທະນະທຳ, ສັງຄົມ​ຂອງ​ເມືອງ​ເກາະ​ເຈື່ອງ​ຊາ​ ​ໃນ​ປະຈຸ​ບັນ… ງານ​ວາງສະ​ແດງ​ໄດ້​ພິສູດ​ໃຫ້​ເຫັນ​ອະທິປະ​ໄຕ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ, ພ້ອມ​ທັງ​ສະໜອງ​ຂໍ້​ມູນ​ເຖິງ​ເພື່ອນ​ມິດສາ​ກົນ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ຄວາມ​ຈິງ​ປະຫວັດສາດ, ຄວາມ​ປາດ​ຖະໜາ ​ແລະ ຄວາມ​ມຸ່ງ​ຫວັງ​ຂອງ​ປະຊາຊົນ​ຫວຽດນາມ​ໃນ​ການ​ຮັກສາ​ສະຖຽນ​ລະ​ພາບ, ສັນຕິພາບ​ໃນ​ພາກ​ພື້ນ. ທ່ານ ຟ້າ​ມມິ​ງຢາງ, ຮອງ​ຫົວໜ້າ​ກົມ​ຖະ​ແຫຼ​ງຂ່າວ​ຕ່າງປະ​ເທດ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ​ສື່ສານ, ​ໃຫ້​ຮູ້​ວ່າ:

ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ເອກະສານ​ທັງ​ໝົດ​ທີ່​ເປັນ​ພາສາ​ຈີນ, ພາສາ​ອັງກິດ, ພາສາ​ຝລັ່ງນັ້ນ​ຈະ​ຊ່ວຍ​ໃຫ້​ມະຫາຊົນ​ເຂົ້າ​ໃຈ​​ແຈ້ງ​ອະທິປະ​ໄຕ, ທະ​ເລ​ໝູ່​ເກາະ​ໃນ​ແງ່​ມູມປະຫວັດສາດ. ກໍ່​ຄື​ເວົ້າ​ເຖິງ​ນິຕິ​ກຳ​ທີ່​ມີ​ລັກສະນະ​ທຳນຽມ​ສາກົນ​ກ່ຽວ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​ເຊິ່ງພວກ​ເຮົາ​ພວມ​ປົກ​ປັກ​ຮັກສາ​ນັບ​ແຕ່​ໄດ້​ຮັບ​ການ​ກໍ່​ຕັ້ງ​ມາ​ຮອດ​ປະຈຸ​ບັນ​ໂດຍ​ທາງ​ອ້ອມ“.

 

ຂ່າວ/ບົດ​ອື່ນ