![ແຂວງດັກນົງກວາງສະແດງວັດຖຸເອກະສານກ່ຽວກັບອະທິປະໄຕຫວຽດນາມສຳລັບໝູ່ເກາະຮ່ວາງຊາ,ເຈື່ອງຊາ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2016_09_21/tinh dak nong to chuc trien lam ban do trung bay tu lieu hoang sa truong sa.jpg)
ປະຊາຊົນເຂົ້າຮ່ວມງານວາງສະແດງ
|
(vovworld) – ຕອນບ່າຍວັນທີ 20/9, ຢູ່ເທດສະບານ ຢາເຫງັຍ, ແຂວງດັກນົງ, ກະຊວງຖະແຫຼງຂ່າວ ແລະ ສື່ສານສົມທົບກັບຄະນະກຳມະການປະຊາຊົນແຂວງ ດັກນົງ ໄດ້ໄຂງານວາງສະແດງແຜນທີ່ ແລະ ວັດຖຸເອກະສານ “ຮ່ວາງຊາ, ຮ່ວາງຊາຂອງ ຫວຽດນາມ -ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ”. ງານວາງສະແດງ ວັດຖຸເອກະສານຢູ່ແຂວງ ດັກນົງ ໄດ້ຮັບການຈັດຕັ້ງແຕ່ວັນທີ 20 – 24/9/2016, ຢູ່ສູນກອງປະຊຸມແຂວງ. ງານວາງສະແດງໄດ້ແນະນຳເອກະສານ, ວັດຖຸພັນ, ສິ່ງພິມ ແລະ ແຜນທີ່ 100 ແຜ່ນຊຶ່ງໄດ້ຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ.