ແຂວງດ້ຽນບຽນຈັດການປະຊຸມຂ່າວໂຄສະນາການສະເຫຼີມສະຫຼອງ60ປີແຫ່ງວັນໄຊຊະນະດ້ຽນບຽນຝູ

ແຂວງດ້ຽນບຽນຈັດການປະຊຸມຂ່າວໂຄສະນາການສະເຫຼີມສະຫຼອງ60ປີແຫ່ງວັນໄຊຊະນະດ້ຽນບຽນຝູ - ảnh 1
ການປະຊຸມຂ່າວຂອງຄະນະ​ຈັດ​ຕັ້ງ​
(ພາບ: dienbientv.vn)


(vovworld) – ວັນ​ທີ 5/3, ຄະນະ​ຈັດ​ຕັ້ງ​ການສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ໄຊຊະນະ​ ດ້ຽນບຽນ​ຝູ (​ແຂ​ວງ ດ້ຽນບຽນ) ​ໄດ້​ຈັດການ​ປະຊຸມ​ຂ່າວ​​ໂຄສະນາ​ເຫດການສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ໄຊຊະນະ ດ້ຽນບຽນ​ຝູ (7/5/1954 – 7/5/2014). ທີ່​ການ​ປະຊຸມ​ຂ່າວ, ທ່ານ ຫງວຽນ​ວັນ​ເຈືອງ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ຄະນະ​ພັກ ​ແຂວງ ດ້ຽນບຽນ, ສະມາຊິກ​ໃນ​ຄະນະ​ຈັດ​ຕັ້ງ​ລະດັບ​ຊາດ​ກ່ຽວ​ກັບ​ເຫດການສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ໄຊຊະນະ ດ້ຽນບຽນ​ຝູ, ປະກາ​ດບັນດາ​ຂໍ້​ຕົກລົງ​ຂອງ​ສູນ​ກາງ ​ແລະ ຂອງ​​ແຂວງ​ກ່ຽວ​ກັບ​ການຈັດ​ຕັ້ງ​ພິທີ​ສະ​​ເຫຼີ​ມສະຫຼອງ. ບາງ​ເນື້ອ​ໃນ​ຕົ້ນ​ຕໍ່​ທີ່​ຄະນະ​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ​ແຂວງ ດ້ຽນບຽນ ປະກາດ ​ເຖິງ​ສື່​ມວນ​ຊົນ​ໃນ​ໄລຍະ​ນີ້​ເຊິ່ງລວມມີ: ​ໂຄ​ສະນາ ຊີ້​ແຈ້ງ​ຄວາມ​ໝາຍ​ປະຫວັດສາດ​ຂອງ ​ໄຊຊະນະ ດ້ຽນບຽນ​ຝູ, ​ເຮັດ​ໃຫ້ຈະ​ແຈ້ງ​ບັນດາ​ຜົນງານ​ເຊິ່ງຄະນະ​ພັກ, ອຳນາດ​ການ​ປົກຄອງ, ປະຊາຊົນ​ບັນດາ​ເຜົ່າ​​ໃນແຂວງ ດ້ຽນບຽນ ບັນລຸ​ໄດ້.​.​.​

        ທີ່ການ​ປະຊຸມ​ຂ່າວ, ​ແຂວງ ດ້ຽນບຽນ ກໍ່​ປະກາດ​ສ້າງ​ຕັ້ງ​ສູນ​ສື່​ມວນ​ຊົນ​ເພື່ອ​ຮັບ​ໃຊ້​ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ໄຊຊະນະ ດ້ຽນບຽນ​ຝູ.

 


ຂ່າວ/ບົດ​ອື່ນ