ແຂວງດ້ຽນບຽນຈັດຕັ້ງພິທີໄຫວ້ອາໄລ,ປົ່ງອັດຖິທະຫານອາສາສະໝັກຫວຽດນາມເສຍສະຫຼະຊີວິດຢູ່ລາວ

ແຂວງດ້ຽນບຽນຈັດຕັ້ງພິທີໄຫວ້ອາໄລ,ປົ່ງອັດຖິທະຫານອາສາສະໝັກຫວຽດນາມເສຍສະຫຼະຊີວິດຢູ່ລາວ - ảnh 1
ພາບປະກອບ
(vovworld) – ຕອນ​ເຊົ້າ​ວັນ​ທີ 13/4, ​ແຂ​ວງ ດ້ຽນບຽນ​ໄດ້​ຈັດ​ຕັ້ງ​ພິທີ​ມອບຮັບ, ​ໄຫວ້​ອາ​ໄລ ​ແລະ ປົ່ງ​ອັດຖິ​ທະຫານ​ອາ​ສາສະໝັກ ຫວຽດນາມ ທີ່​ເສຍສະຫຼະ​ຊີວິດ​ຢູ່​ລາວລວມ 27 ຊຸດ. ອັດຖິ 27 ຊຸດ​ດັ່ງກ່າວ​ນຳ​ໄປປົ່ງ​​ຢູ່​​ເຂດສຸສານ​ທະ​ຫາຍ​ເສຍ​ສະຫຼະຊີວິດ​ເພື່ອ​ຊາດ ຕົງ​ຄາວ, ​ຕາ​ແສງ ​ແທງ​ເນ​ືອ, ​​ເມືອງ ດ້ຽນບຽນ. ຊຸມ​ປີ​ຜ່ານ​ມາ, ​ແຂວງ ດ້ຽນບຽນ ​​ແລະ ​ກອງ​ທ້ອນ​ໂຮມ​ອັດຖິ​ທະ​ຫາຍ​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ທະຫານ​ເຂດ 2 ຍາມ​ໃດ​ກໍ່​ມານະ​ພະຍາຍາມ​ໃນ​ວຽກ​ງານ​ຊອກ​ຫາ, ທ້ອນ​ໂຮມ​ອັດຖິ​ທະຫານ​​ເສຍອາສາ​ສະໝັກ ຫວຽດນາມ ​ ທີ່​​ໄດ້ເສຍສະ​ຫຼະຊີວິດ​ຢູ່​ລາວ ກັບ​ເມືອ​ປະ​ເທດ. ທ່ານ ມົ່ວອາ​ເຊີນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ດ້ຽນບຽນ, ​ໃຫ້​ຮູ້​ວ່າ: ​ໄລຍະ​ຈະ​ມາ​ເຖິງ​, ​ແຂ​ວງ ດ້ຽນບຽນ ຈະ​ສົມທົບ​ກັບ​ບັນດາ​ກຳລັງ​ຕັ້ງ​ທັບ​ໃນ​ບໍລິ​ເວນ, ​ເຊິ່ງຕົ້ນຕໍ​ແມ່ນ​ກຳລັງ​ຊອກ​ຫາ​ອັດຖິ​ຂອງ​ທະຫານ​ເຂດ 2 ​ແລະ ກຳລັງ​ທະຫານ​ທ້ອງ​ຖິ່ນ ​ເພື່ອ​ສືບ​ຕໍ່​ຊອກ​ຫາ, ທ້ອນໂຮມ​ອັດຖິ​ທະຫານ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ​ກັບ​ເມືອ​ປະ​ເທດ. ພ້ອມ​ກັນ​ນັ້ນ, ​ແຂວງ ດ້ຽນບຽນ ​ໄດ້​ປະຕິບັດ​ນະ​ໂຍບາຍ​ສຳລັບ​ບັນດາ​ຄອບຄົວ​ທະ​ຫານ​ເສຍ​ອົງຄະ, ບັນດາ​ຄອບຄົວ​ມີ​ລູກ​ຫຼານ​ເສຍສະຫຼະ​ຊີວິດ​ຢູ່​ລາວ.
ຂ່າວ/ບົດ​ອື່ນ