ແຂວງດ້ຽນບຽນເປີດສະຫຼອງເສັ້ນທາງປອນລອດ-ຫ້ວຍປວກ

ແຂວງດ້ຽນບຽນເປີດສະຫຼອງເສັ້ນທາງປອນລອດ-ຫ້ວຍປວກ - ảnh 1
ພິທີເປີດສະຫຼອງໃນຕອນເຊົ້າວັນທີ 4/5
(ພາບ: Chu Quốc Hùng/TTXVN)

(vovworld) – ຕອນ​ເຊົ້າ​ວັນ​ທີ 4/5, ​ແຂວງ ດ້ຽນບຽນ​ໄດ້​ຈັດ​ຕັ້ງ​ພິທີ​ເປີດ​ສະຫຼອງ​ເສັ້ນທາງ​ຈາກ ປອນ​ລອດ​ ​ໄປ ນົ້ວງາມ - ​ເມື່ອ​ງຍ່າ - ​ເມື່ອງລ໋ອຍ ​​ເຖິງ​ດ່ານ​ຊາຍ​ແດນ ຫ້ວຍ​ປວກ. ​ເສັ້ນທາງ​ນີ້​ມີ​ຄວາມ​ຍາວ​ກ່ວາ 80 ກມ ​ໂດຍ​ກອງ​ບັນຊາ​ການ​ທະຫານ​ແຂວງ ດ້ຽນບຽນ ​ເປັນ​​ເຈົ້າ​ຂອງລົງທຶນ ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ກ່ວາ 1.300 ຕື້​ດົ່ງ, ​ເຊິ່ງ​ເລີ່ມຜັນ​ຂະຫຍາຍ​ແຕ່​ປີ 2011. ​ເສັ້ນທາງ​ໄດ້ຮັບ​ການ​ກໍ່ສ້າງ​ສຳ​ເລັດ ຈະ​ປະ​ກອບ​ສ່ວນ​ຫລຸດຜ່ອນ​ໄລຍະ​ທາງ​ຈາກ​ນະຄອນ ດ້ຽນບຽນ​ຝູ ​ໄປ​ຫຼວງ​ພະ​ບາງ (ລາວ) ​ເກືອ​ບ 100 ກມ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ກິດຈະກຳ​ແທດ​ຈິງ​ເພື່ອ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ໄຊຊະນະ ດ້ຽນບຽນ​ຝູ. ພົນ​ຈັດຕະວາ ລື​ວຈ້ອງ​ລື, ຫົວໜ້າ​ກອງ​ບັນຊາ​ການ​ທະຫານ​​ແຂວງ ດ້ຽນບຽນ, ​ໃຫ້​ຮູ້​ວ່າ:

    “​ເສັ້ນທາງ​ດັ່ງກ່າວ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ​ຈະ​ປະກອບສ່ວນ​​ເຊື່ອມ​ຕໍ່​ທາງ​ຄົມມະນາຄົມ, ຂົນ​ສົ່ງ, ປະກອບສ່ວນ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ຮັບປະກັນ​ຊີວິດ​ສັງຄົມ ​ແລະ ຕິດ​ພັນ​ກັບ​ການ​ປັບປຸງ​ການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ເສັ້ນ​ຊາຍ​ແດນ​ທີ່ຕິດກັບ​ ລາວ ມີ​ລວງ​ຍາວ​ 360 ກມ ​ແລະ ປະກອບ​ສ່ວນ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ທາງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ຢູ່​ທາງ​ທິດຕາ​ເວັນ​ຕົກ​ແຂວງ ດ້ຽນບຽນ. ນີ້​ກໍ່​ແມ່ນ​ກິດຈະກຳ​ຈຸດ​ສຸມ​ເຊິ່ງກຳລັງ​ປະ​ກອບ​ອາວຸດ​ແຂວງ ດ້ຽນບຽນ ​ໄດ້​ຮັບ​ມອບໝາຍ​ເປັນ​ເຈົ້າຂອງ​ລົງ​ທຶນ”


ຂ່າວ/ບົດ​ອື່ນ