ແຂວງບັກກ້ານຄວນຍາດແຍ່ງທຸກແຫຼ່ງກຳລັງສັງຄົມເພື່ອຮັດແຄບຊ່ອງຫວ່າງກັບນະຄອນຫຼວງ

ແຂວງບັກກ້ານຄວນຍາດແຍ່ງທຸກແຫຼ່ງກຳລັງສັງຄົມເພື່ອຮັດແຄບຊ່ອງຫວ່າງກັບນະຄອນຫຼວງ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ​ຢ້ຽ​ມ​ຢາມ ແລະ ເຮັດ​ວຽກ​ຢູ່​ແຂວງ ບັກ​ກ້ານ
(ພາບ​: Nguyễn Khang – TTXVN
)

(vovworld) – ໃນ​ຂອບ​ເຂດ​ລາຍ​ການ​ກວດ​ກາ​ສະ​ພາບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ເສດ​ຖະ​ກິດ - ສັງ​ຄົມ​ບັນ​ດາ​ແຂວງ​ເຂດ​ພູ​ດອຍ​​ທາງພາກ​ເໜ​ືອ, ວັນ​ທີ 7 ແລະ 8/7, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ສູນ​ກາງ​ໄດ້​ລົງ​ຢ້ຽ​ມ​ຢາມ ແລະ ເຮັດ​ວຽກ​ຢູ່​ແຂວງ ບັກ​ກ້ານ. ເມື່ອ​ເຮັດ​ວຽກ​ກັບ​ການ​ນຳຫຼັກ​ແຫຼ່ງ​ແຂວງ, ທ່ານ​ປະ​ທານ​ປະ​ເທດ ຕີ​ລາ​ຄາ​ສູງ​ແຂວງ ບັກ​ກ້ານ​​ທີ່ໄດ້​ຮັກ​ສາ​ລະ​ດັບ​ເຕີບ​ໂຕ​ເສດ​ຖະ​ກິດ​ສູງ​ກ່​ວາ​ລະ​ດັບ​ສະ​ເລ່ຍ​ລວມ​ຂອງ​ທັງ​ປະ​ເທດ​ໄລ​ຍະ 2010 – 2015. ທ່ານ​ປ​ະ​ທານ​ປະ​ເທດ ໃສ່​ໃຈ​ວ່າ, ແຂວງ ບັກ​ກ້ານ ຕ້ອງວາງ​ແຜນ​ເພື່ອ​​ໃຫ້​ເສດ​ຖະ​ກິດ​ປ່າ​​ກາຍ​ເປັນ​ຂະ​ແໜງ​ຈຸດ​ສຸມ​ຢ່າງ​ແທດ​ຈິງ, ແມ່ນ​ບ່ອນ​ອີງ​ເພື່ອໃຫ້​ປະ​ຊາ​ຊົນ​ເຂດ​ພູ​ດອຍ​ອຸ່ນ​ອ່ຽນ​ໃຈ​ດຳ​ລົງ​ຊີ​ວິດ, ທຳ​ມາ​ຫາ​ກິນ. ທ່ານ​ປະ​ທານ​ປະ​ເທດ ສະ​ເໜີ​ໃຫ້​ແຂວງ ບັກ​ກ້ານ ຄວນ​ຍາດ​ແຍ່ງ​ທຸກ​ໆ​ແຫຼ່ງ​ກຳ​ລັງ​ສັງ​ຄົມ, ເພື່ອ​ໃຫ້​ໃນ​ອ​ະ​ນາ​ຄົດ​ອັນ​ໃກ້ໆ, ເມື່ອ​ບັນ​ດາ​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ​ເຊື່ອມ​ຕໍ່, ຮັດ​ແຄບ​ຊ່ອງ​ຫວ່າງລະ​ຫວ່າງ​ແຂວງ ບັກ​ກ້ານ ແລະ ນະ​ຄອນຫຼວງ. ກ່ຽວ​ກັບ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ທ່ານ​ປະ​ທານ​ປະ​ເທດ ເນັ້ນ​ໜັກ​ວ່າ: ດ້ວຍ​ພົນ​ລະ​ເມືອງ​​ຢູ່​ເຂດ​ຊົນ​​ນະ​ບົດ​ບັນ​ລຸ 70%, ຖ​້າ​ຫາກ​​​ບັນ​ລຸ ແລະ ລື່ນ​ກາຍບັນ​ດາ​ມາ​ດ​ຖານທີ່​ໄດ້​ວາງ​ອອກ, ຈະ​ນຳ​ມາ​ເຊິ່ງ​ຄວາມ​ໝາຍ​ທັງ​​ທາງ​ດ້ານ​ການ​ເມືອງ ແລະ ເສດ​ຖະ​ກິດ​ສັງ​ຄົມ. ແຂວງ ບັກ​ກ້ານ​ກໍ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ຊ​ຸກ​ຍູ້​ການ​ກໍ່​ສ້າງ​ບັນ​ດາ​ເສັ້ນ​ທາງ​ຕົ້ນ​ຕໍ, ເຊື່ອມ​ຕໍ່​ບັນ​ດາ​ເຂດ​ເສດ​ຖະ​ກິດອ​້ອມ​ຂ້າງ, ສ້າງ​ຄວາມ​ສະ​ດວກ, ໃຫ້​ແກ່ການ​ແລກ​ປ່ຽນ​ຄ້າ​ຂາຍ​ສິນ​ຄ້າ​ໃນ​ແຂວງ.

 

 


ຂ່າວ/ບົດ​ອື່ນ