ແຂວງບັກນີງສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ວິສາຫະກິດຕ່າງປະເທດລົງທຶນ,ພັດທະນາ

ແຂວງບັກນີງສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ວິສາຫະກິດຕ່າງປະເທດລົງທຶນ,ພັດທະນາ - ảnh 1
ານນຳແຂວງ ບັກນີງ ມອບຂອງຂວັນທີ່ລະນຶກໃຫ້ທ່ານ Lee Huyk, ​ເອກ​ອັກຄະ​ລັດຖະທູດ ສ. ​ເກົາຫຼີ
(ພາບ: bacninh.gov.vn)

(vovworld) –  ​ແຂວງ ບັກ​ນີງ​ໄດ້​ສ້າງ​ຕັ້ງ​ໜ່ວຍ​ປະຕິບັດ​ງານ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ເພື່ອ​ຮັບ ​ແລະ ​ແກ້​ໄຂ​ບັນດາ​ຂໍ້​ສະ​ເໜີ, ສະ​ເໜີ​​ແນະ​ຂອງ​ວິ​ສາ​ຫະກິດຢ່າງ​ເຖິງ​ຖອງ, ສ້າງ​ສະພາບ​ແວດ​ລ້ອມ, ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​​ເພື່ອໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ​ພັດທະນາ. ຂໍ້​ມູນ​ຂ່າວ​ດັ່ງກ່າວ​ໂດຍ​ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບັກ​ນີງ ຫງວຽນ​ຕື໋ກິ່ວ​ງ ຍົກ​ອອກ​ມາ​ໃນ​ການ​ເຮັດ​ວຽກ​ກັບ​ທ່ານ Lee Huyk, ​ເອກ​ອັກຄະ​ລັດຖະທູດ ສ. ​ເກົາຫຼີ ປະຈຳ ຫວຽດນາມ ​​ເມື່ອ​ວັນ​ທີ 8/7. ທ່ານ ຫງວຽນ​ຕື໋ກິ່ວ​ງ ຢັ້ງຢືນ​ວ່າ: ດ້ວຍ​ທິດ​ນຳ “ຍາມ​ໃດ​ແຂວງ ບັກ​ນີງ ກໍ່​ຮ່ວມ​ເດີນທາງ​ພ້ອມ​ກັບ​ວິ​ສາ​ຫະກິດ, ຜົນງານ​ຂອງ​ວິ​ສາ​ຫະກິດ​ກໍ່​ແມ່ນ​ຜົນງານ​ຂອງ​ແຂວງ”, ຍາມ​ໃດ​​ແຂວງ​ກໍ່ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ເພື່ອ​ດຳ​ເນີນ​ທຸ​ລະ​ກິດມີ​ຄວາມ, ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ໃນ​ນະ​ໂຍບາຍ​ດຶງ​ດູດ​, ໜູນ​ຊ່ວຍ​ການ​ລົງທຶນ, ຮຽງ​ບ່າ​ຮຽງ​ໄຫລ່​ພ້ອມ​ກັບ​ວິ​ສາ​ຫະກິດ, ​ແມ່ນ​ບ່ອນ​ອີງ​ທີ່​ໜັກ​ແໜ້ນ​​ດ້ານ​ນິຕິ​ກຳ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ລົງທຶນ, ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ, ປະສິດທິ​ຜົນ ​ແລະ ກຳລັງ​ແກ້ງ​ແຍ້​ງ​ຢູ່​ຕະຫຼາດ​ພາຍ​ໃນ ​ແລະ ສາກົນ. ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດທີ່​ມີ​ສີມື​ດີຢູ່​ບັງ​ນີງ, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຫວັງ​ວ່າຝ່າຍສະຖານທູດ ສ. ​ເກົາຫຼີ ປະຈ ຳຫວຽດນາມ ຮຽກຮ້ອງ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສືບ​ຕໍ່​ສ້າງ​​ເງື່ອນ​ໄຂ​ໃຫ້​ນັກ​ສຶກສາ​ບັນດາ​ໂຮງຮຽນ​ວິຊາ​ຊີບ​ໃນ​ບໍລິ​ເວນ​ແຂວງ​ໄດ້​ຮັບເຂົ້າ​​ເຝິກ​ງານ, ຍົກ​ສູງ​ວິຊາ​ຊີບຢູ່ວິ​ສາ​ຫະກິດຂອງ ສ​ ​ເກົາຫຼີ, ຕອບ​ສະໜອງ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ​ດ້ານ​ຊັບພະຍາກອນ​ມະນຸດ​ໃຫ້​ແກ່​ບັນດາ​ວິ​ສາກິ​ດ​​ໃຫຍ່​ຂອງ ສ ​ເກົາຫຼີ ​ໃນ​ໄລຍະ​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ