ແຂວງ​ບັກ​ຢາງ ທັງ​ຟື້ນ​ຟູ​ການ​ຜະ​ລິດ, ທັງ​ຍູ້​ແຮງ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລ​ກ​ລະ​ບາດ​ໂຄວິດ - 19

(VOVWORLD) -ຕອນບ່າຍວັນທີ 30 ພຶດສະພາ, ຢູ່ແຂວງບັກຢາງ, ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງແຂວງບັກຢາງ ກ່ຽວກັບບັນດາມາດຕະການຮີບດ່ວນ ເພື່ອຟື້ນຟູການຜະລິດດຳເນີນທຸລະກິດ, ຍູ້ແຮງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
ແຂວງ​ບັກ​ຢາງ ທັງ​ຟື້ນ​ຟູ​ການ​ຜະ​ລິດ, ທັງ​ຍູ້​ແຮງ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລ​ກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ໄດ້ສະເໜີໃຫ້ແຂວງບັກຢາງ ຈົ່ງຮີບເຮັ່ງຍົກອອກບັນດາບົດລາຍງານລະອຽດ ກ່ຽວກັບສະພາບການເຄື່ອນໄຫວຜະລິດດຳເນີນທຸລະກິດ, ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ກໍ່ຄືບັນດາຂໍ້ສະເໜີ, ວິທີການແກ້ໄຂ ເພື່ອໃຫ້ລັດຖະບານພິຈາລະນາ ຍູ້ແຮງການປະຕິບັດ “ເປົ້າໝາຍຄວບຄູ່” ທັງພັດທະນາເສດຖະກິດ, ທັງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ເນັ້ນໜັກວ່າ ບໍ່ຄວນປະໝາດຕໍ່ວຽກງານ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງເດັດຂາດ, ຕ້ອງສຸມສະຕິຢູ່ໃນລະດັບສູງ, ຖືວຽກງານປ້ອງກັນຕ້ານໂລກລະບາດໂຄວິດ - 19 ຄືຕ້ານສັດຕູ. ທ່ານຮອງນາຍົກລັດຖະມົນຕີ ໄດ້ມອບໝາຍໃຫ້ກະຊວງສາທາລະນະສຸກ ພິຈາລະນະເພີ່ມເຕີມວັດຖຸອຸປະກອນການແພດໃຫ້ແກ່ ແຂວງບັກຢາງ, ພ້ອມທັງພິຈາລະນາ ບັນດາແບບວິທີການຊື້ອຸປະກອນປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ