ແຂວງບັກຢາງມີບັນດາບົດຮຽນທີ່ດີໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາສູງເລື່ອງອຳນາດການປົກຄອງ ແລະ ປະຊາຊົນນະຄອນ ມີບັນດາມາດຕະການຢ່າງຂ້ຽວຂາດ, ມີປະສິດທິຜົນໃນໄລຍະກວ່າ 2 ເດືອນແຫ່ງການຕ້ານໂລກລະບາດ.
ແຂວງບັກຢາງມີບັນດາບົດຮຽນທີ່ດີໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເປັນປະທານການເຮັດວຽກກັບການນຳຫຼັກແຫຼ່ງນະຄອນ
(ພາບ: TTXVN)

ຕອນເຊົ້າວັນທີ 18 ສິງຫາ, ຢູ່ນະຄອນ ບັກຢາງ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບການນຳຫຼັກແຫຼ່ງຂອງນະຄອນກ່ຽວກັບສະພາບການປະຕິບັດໜ້າທີ່ເສດຖະກິດສັງຄົມ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາສູງເລື່ອງອຳນາດການປົກຄອງ ແລະ ປະຊາຊົນນະຄອນ ມີບັນດາມາດຕະການຢ່າງຂ້ຽວຂາດ, ມີປະສິດທິຜົນໃນໄລຍະກວ່າ 2 ເດືອນແຫ່ງການຕ້ານໂລກລະບາດ. ມາຮອດປະຈຸບັນ, ກວ່າ 36 ວັນທີ່ ບັກຢາງ ບໍ່ມີກໍລະນີຕິດເຊື້ອພະຍາດໃໝ່, ບັນຍາກາດຟື້ນຟູການຜະລິດດຳເນີນທຸລະເກິດແມ່ນຟົດຟື້ນທີ່ສຸດ. ນີ້ແມ່ນຜົນງານດີທີ່ສຸດ, ປະກອບສ່ວນເຂົ້າໃນຜົນງານລວມຂອງທົ່ວປະເທດໃນການປ້ອງກັນ, ຕ້ານໂລກລະບາດ ແລະ ແມ່ນບົດຮຽນທີ່ດີສຳລັບຫຼາຍທ້ອງຖິ່ນໃນທົ່ວປະເທດ.

ທ່ານປະທານປະເທດຖືວ່າ, ເລື່ອງບັນລຸໄດ້ໝາກຜົນນັ້ນແມ່ນບົດຮຽນທີ່ດີຂອງ ບັກຢາງ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ນັ້ນແມ່ນແຍກຫ່າງສັງຄົມຢ່າງທັນການ; ຮັບປະກັນຊີວິດສັງຄົມໃຫ້ແກ່ປະຊາຊົນ; ຕັ້ງໜ້າປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19; ຕັ້ງໜ້າຂົນຂວາຍການສັກວັກຊິນໃຫ້ແກ່ບັນດາເປົ້າໝາຍບຸລິມະສິດຕາມລຳດັບ. ທ່ານກ່າວວ່າ: 

  “ຜົນສຳເລັດໃນການປະຕິບັດເປົ້າໝາຍຄວບຄູ່ຂອງ ບັກຢາງ ນັ້ນແມ່ນຍ້ອນມີການຕັດສິນໃຈຢ່າງເດັດດ່ຽວໃນການເລືອກເອົາຈຸດເວລາປະຕິບັດການແຍກຫ່າງໄດ້ຢ່າງຖືກຕ້ອງ ແລະ ທັນການ, ຮັກສາລະບຽບວິໄນໃນການແຍກຫ່າງໄດ້ຢ່າງເຂັ້ມງວດ, ຈຳກັດການຕິດແປດສະຫຼັບກັນ. ປິ່ນປົວໃຫ້ແກ່ກໍລະນີ F0, F1 ໄດ້ຢ່າງທັນການ ແລະ ຈັດແບ່ງໄດ້ຢ່າງວ່ອງໄວ. ລະບົບການເມືອງມີການເຂົ້າຮ່ວມຢ່າງແຮງໃນທຸກຂັ້ນ, ສຸມໃສ່ຊີ້ນຳນຳພາ, ມີຄວາມເປັນເອກະພາບ, ມີປະສິດທິຜົນ ແລະ ປະສິດທິພາບ. ມີຫຼາຍຮູບແບບປະດິດຄິດສ້າງ ເປັນຕົ້ນແມ່ນສ້າງຂອບອ້ອມປ້ອງກັນເຂດຜະລິດໝາກລີ້ນຈີ່, ວາງຂາຍໝາກລີ້ນຈີ່ໃນສູນການຄ້າເອເລັກໂຕນິກ, ບວກກັບການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນໃນການປ້ອງກັນ, ຕ້ານໂລກລະບາດ. ລະຫວ່າງພະແນກຕ່າງໆມີການສົມທົບກັນຢ່າງກົມກ່ຽວ, ມີນະໂຍບາຍສະເໝີຕົ້ນສະເໝີປາຍ, ລຸລ່ວງ. ນີ້ແມ່ນບັນດາບົດຮຽນທີ່ອາດຈະຫັນເປັນມາດຖານ ເພື່ອນຳໃຊ້ໃນຫຼາຍທ້ອງຖິ່ນອື່ນໆໃນທົ່ວປະເທດ.”

ຕອບກັບ

ຂ່າວ/ບົດ​ອື່ນ