ແຂວງບັກຢາງສະເຫຼີມສະຫຼອງ130ປີແຫ່ງວັນລຸກຮື້ຂຶ້ນອຽນເທ໋

ແຂວງບັກຢາງສະເຫຼີມສະຫຼອງ130ປີແຫ່ງວັນລຸກຮື້ຂຶ້ນອຽນເທ໋ - ảnh 1
ເຂດ​ປູຊະນີຍະສະຖານ​ປະຫວັດສາດ ຮ່ວາງ​ຮວາທ໋າມ ຢູ່​ເທດສະ​ບານ​ເມືອງ ອຽນ​ເທ໋, ​ແຂ​ວງ ບັກ​ຢາງ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 130 ປີ​ແຫ່ງ​ວັນລຸກ​ຮື້​ຂຶ້ນ ອຽນ​ເທ໋
(ພາບ: nhandan.com.vn)

(​vovworld) – ​​​​ວັນ​ທີ 16/3, ທີ່​ເຂດ​ປູຊະນີຍະສະຖານ​ປະຫວັດສາດ ຮ່ວາງ​ຮວາທ໋າມ ຢູ່​ເທດສະ​ບານ​ເມືອງ ອຽນ​ເທ໋, ​ແຂ​ວງ ບັກ​ຢາງ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 130 ປີ​ແຫ່ງ​ວັນລຸກ​ຮື້​ຂຶ້ນ ອຽນ​ເທ໋ (1884 – 2014) ​ເພື່ອ​ແນ​ໃສ່​ເຊີດ​ຊູ, ຕອບ​ບູນ​ແທນ​ຄຸນ​ນັກ​ວິລະ​ຊົນຂອງ​ຊາດ ຮ່ວາງ​ຮວາທ໋າມ ​ແລະ ບັນດາ​ນັກຮົບ ອຽນ​ເທ໋. ກ່າວ​ຄຳ​ເຫັນ​ຢູ່​ພິທີ, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ຢືນຢັນ​ວ່າ: ບັນດາ​ວິລະ​ກຳ​ຂອງ​ການ​ລຸກ​ຮື້​ຂຶ້ນ ອຽນ​ເທ໋ ​​ແມ່ນ​ໜ້າ​ປະ​ຫວັດ​ສາດ​ອັນ​ສະຫງ່າ​ລາສີ​ໃນປະຫວັດສາດ​ຂອງ​ຊາດ ຫວຽດນາມ, ສະ​ແດງ​​ໃຫ້​ເຫັນນ້ຳ​ໃຈ​ສາມັກຄີ​ລະຫວ່າງ​ບັນດາ​ເຜົ່າ​ ​ແລະ ນ້ຳ​ໃຈ​ຮັກ​ຊາ​ດຂອງ​ປະຊາຊົນ.

    ງານ​ບູນ ອຽນ​ເທ໋ ສະ​ແດງ​ໃຫ້​ເຫັນ​ສິນ​ທຳ​ທີ່​ວ່າ: ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາກິນ​ປາ​ຄິດ​ຮອດ​ຄູນ​ນ້ຳ, ​ເຊີດ​ຊູ​ມູນ​ເຊື້ອ​ຮັກ​ຊາດ ​ແລະ ​ເຈດ​ຈຳນົງພິລະ​ອາດ​ຫານຂອງ​ຊາດ ຫວຽດນາມ. ງານ​ບູນດ້ວຍ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ສິລະ​ປະ, ການ​ເສັງ​​ເດີນ​​ແບບ ​ແລະ ​ແນະນຳ​ຊຸດ​ອາພອນ​ປະຈຳ​ເຜົ່າ ພ້ອມ​ກັບ​ບັນດາ​ການ​ລະ​ຫຼິ້ນ​ພື້ນ​ເມືອງ​ຄື: ການ​ແຂງ​ຂັນ​ມວຍ​ປ້ຳ, ດຶງ​ເຊືອກ…


ຂ່າວ/ບົດ​ອື່ນ