ແຂວງບິ່ງເຢືອງສົ່ງເສີມການລົງທຶນກັບໄທແລະຢີປຸ່ນ

ແຂວງບິ່ງເຢືອງສົ່ງເສີມການລົງທຶນກັບໄທແລະຢີປຸ່ນ - ảnh 1
ທ່ານ ເຈີ່ນ​ແທງ​ລຽມ ຮອງ​ປະ​ທານ​ຄະ​ນະ​
ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ບິ່ງ​ເຢືອງ
(ພາບ: ປະຊາຊົນ)

(vovworld)- ກ​ອງ​ປະ​ຊຸມ​ສຳ​ມະ​ນາ ​ສົ່ງ​ເສີມ​ການ​ລົງ​ທຶນ ທີ່ໃສ່​ຊື່ວ່າ: “ດູດ​ດື່ມ​ຫວຽດ​ນາມ” ດຳເນີນ​ ໃນ​ຕອນ​ບ່າຍ ​ວັນ​ທີ 3/8, ຢູ່​ນະ​ຄອນຫຼວງ​ບາງກອກ, ໄທ, ​ໄດ້ດຶງ​ດູດຜູ້​ແທນ​ເກືອບ 100 ​ຄົນ​ທີ່​ຕາງ​ໜ້າໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ໄທ ແລະ ຢີ​ປຸ່ນ ​ເຂົ້າ​ຮ່ວມ. ກ່າວ​ຄວາມ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ເຈີ່ນ​ແທງ​ລຽມ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ບິ່ງ​ເຢືອງ, ໄດ້​ແນະ​ນຳ​ກ່ຽວ​ກັບ​ປະ​ເທດ, ພົນ​ລະ​ເມືອງ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ທ່າ​ແຮງ ຂອງ​ຫວຽດ​ນາມ ກໍ່​ຄື​ແຂວງ​ບິ່ງ​ເຢືອງ. ທ່ານ ຮອງ​ປະ​ທານ​ແຂວງ​ບິ່ງ​ເຢືອງ ຢືນ​ຢັນ​ວ່າ: ຫວຽດ​ນາມ ໄດ້ ແລະ ພວມ​ມາ​ນະ​ພະ​ຍາ​ຍາມ​ດຶງ​ດູດ FDI ດ້ວຍ​ການ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ແຮງ, ຖື​ຂົງ​ເຂດ​ວິ​ສາ​ຫະ​ກິດ​ ທີ່​ມີ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ ເປັນພາກ​ສ່ວນ​ສຳ​ຄັນ ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ພ້ອມ​ທັງຖື FDI ເປັນ​ປັດ​ໄຈຕັດ​ສິນ​ ເພື່ອ​ສ້າງ​ອົງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່ ແລະ ເພີ່ມ​ກຳ​ລັງ​ແກ່ງແຍ້ງ​ຂອງ​ປະ​ເທດ. ທ່ານ ເຈີ່ນ​ແທງ​ລຽມ ຮຽກ​ຮ້ອງ ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ, ໃນ​ນັ້ນ​ມີ ຢີ​ປຸ່ນ ແລະ ໄທ, ສົ່ງ​ເສີມ​ການ​ລົງ​ທຶນ​ໃສ່​ຫວຽດ​ນາມ ແລະ ແຂວງ​ບິ່ງ​ເຢືອງ. ປັ​ດ​ຈຸ​ບັນ​ແຂວງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ວາງ​ແຜນ​ກຳ​ນົດ ແລະ ​ການພັດ​ທະ​ນາ​ຢ່າງ​ຄົບ​ຊຸດ, ​ຫັນ​ເປັນທັນ​ສະ​ໄໝ ​ພື້ນ​ຖານ​ໂຄງ​ລ່າງ​​ດ້ານເສດ​ຖະ​ກິດ​ສັງ​ຄົມ, ​ໂຄງ​ລ່າງ​ດ້ານ​ການ​ຄົມ​ມະ​ນາ​ຄົມ, ເຂດ​ອຸດ​ສາ​ຫະ​ກຳ, ເຂດ​ເມືອງ, ໂທ​ລະ​ຄົມ​ມະ​ນາ​ຄົມ, ພິ​ເສດ​ແມ່​ນ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ເຕັກ​ນິກ, ເຊື່ອມ​ຕໍ່​ກັບ​ສູນ​ກາງ ແລະ ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ.

ຂ່າວ/ບົດ​ອື່ນ