ແຂວງ​ບິ່ງ​ເຢືອງ​ແມ່ນ​ສະ​ຖານ​ທີ່​ຈຸດ​ສຸມ​​ຕ້ອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ຈາກ​ລັດ​ຖະ​ບານ

(VOVWORLD) -ທ່ານນາຍົກລັດຖະມົນຕີເນັ້ນໜັ້ກວ່າເປົ້າໝາຍແມ່ນ ການຕ້ານໂລກລະບາດໂຄວິດ - 19 ຂອງແຂວງຕ້ອງມີປະສິດທິຜົນ, ສະກັດກັ້ນ, ບໍ່ປະໃຫ້ໂລກລະບາດໂຄວິດ - 19 ເກີດຂຶ້ນໃນເຂດອຸດສາຫະກຳ. ພິເສດແມ່ນຍັງຕ້ອງຮັບປະກັນການພັດທະນາເສດຖະກິດສັງຄົມ, ການຊ່ວຍເຫຼືອສັງຄົມແລະຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ.
ແຂວງ​ບິ່ງ​ເຢືອງ​ແມ່ນ​ສະ​ຖານ​ທີ່​ຈຸດ​ສຸມ​​ຕ້ອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ຈາກ​ລັດ​ຖະ​ບານ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງກວດກາການປິ່ນປົວ ໂຄວິດ - 19 ຢູ່ໂຮງໝໍຫຼາຍຂະແໜງ ແຂວງ ບິ່ງເຢືອງ

ຕອນເຊົ້າວັນທີ 27 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບຄະນະປະຕິບັດງານຂອງລັດຖະບານ ໄດ້ລົງກວດກາວຽກງານປ້ອງກັນຕ້ານໂລກລະບາດໂຄວິດ - 19 ຢູ່ແຂວງບິ່ງເຢືອງ, ລວມມີ: ໂຮງໝໍຫຼາຍພະແນກ ແຂວງບິ່ງເຢຶອງ, ເຂົ້າຮ່ວມ ແລະ ກວດກາສະພາບການເຄື່ອນໄຫວການຜະລິດ ແລະ ປ້ອງກັນຕ້ານໂລກລະບາດໂຄວິດ - 19 ຢູ່ ໂຮງງານຜະລິດນົມ ຫວຽດນາມ, ຂຶ້ນກັບບໍລິສັດຫຸ້ນສ່ວນ ນົມຫວຽດນາມ (Vinamilk), ຢູ່ເທດສະບານ ເບັນກາດ.

ພາຍຫຼັງກວດກາຢູ່ບາງສະຖານທີ່, ຄະນະປະຕິບັດງານຂອງລັດຖະບານໄດ້ມີການເຮັດວຽກກັບການນຳແຂວງບິ່ງເຢືອງກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີຟ້າມມິງຈິງໃຫ້ຮູ້ວ່າ, ແຂວງບິ່ງເຢືອງມີທີ່ຕັ້ງສຳຄັນໃນເຂດເສດຖະກິດຈຸດສຸມພາກໃຕ້, ໃນສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ທາງແຂວງ ຕ້ອງປະຕິບັດເປັນຢ່າງດີທັງການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ທັງພັດທະນາເສດຖະກິດສັງຄົມ, ຮັບປະກັນສຸຂະພາບໃຫ້ແກ່ປະຊາຊົນ, ແຂວງບິ່ງເຢືອງ ແມ່ນສະຖານທີ່ຈຸດສຸມຕ້ອງໄດ້ຮັບຄວາມເອົາໃຈໃສ່ຈາກລັດຖະບານ.

ທ່ານນາຍົກລັດຖະມົນຕີເນັ້ນໜັ້ກວ່າເປົ້າໝາຍແມ່ນ ການຕ້ານໂລກລະບາດໂຄວິດ - 19 ຂອງແຂວງຕ້ອງມີປະສິດທິຜົນ, ສະກັດກັ້ນ, ບໍ່ປະໃຫ້ໂລກລະບາດໂຄວິດ - 19 ເກີດຂຶ້ນໃນເຂດອຸດສາຫະກຳ. ພິເສດແມ່ນຍັງຕ້ອງຮັບປະກັນການພັດທະນາເສດຖະກິດສັງຄົມ, ການຊ່ວຍເຫຼືອສັງຄົມແລະຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ