ແຂວງ​ບ່າ​ເຣັ້ຍ-ຫວຸ້ງ​ເຕົາ ດຶງ​ດູດ​ແຂກ​ທ່ອງ​ທ່ຽ​ວ​ສາ​ກົນ

(VOVWORLD) -ກລິບໂຄສະນາກ່ຽວກັບການທ່ອງທ່ຽວ ແຂວງບ່າເຣັ້ຍ-ຫວຸ້ງເຕົາ ຈະໄດ້ອອກອາກາດໃນຊ່ອງໂທລະພາບຂອງ BBC Global News.
ແຂວງ​ບ່າ​ເຣັ້ຍ-ຫວຸ້ງ​ເຕົາ ດຶງ​ດູດ​ແຂກ​ທ່ອງ​ທ່ຽ​ວ​ສາ​ກົນ - ảnh 1(ພາບປະກອບ)

    ແຂວງບ່າເຣັ້ຍ-ຫວຸ້ງເຕົາ ຫາກໍ່ເຊັ່ນສັນຍາກັບຊ່ອງຖະແຫຼງຂ່າວສາກົນ BBC Global News (BBCGN) ເພື່ອໂຄສະນາການທ່ອງທ່ຽວແຂວງ ເຖິງແຂກທ່ອງທ່ຽວສາກົນ. ຕາມນັ້ນແລ້ວ, ກລິບໂຄສະນາກ່ຽວກັບການທ່ອງທ່ຽວ ແຂວງບ່າເຣັ້ຍ-ຫວຸ້ງເຕົາ ຈະໄດ້ອອກອາກາດໃນຊ່ອງໂທລະພາບຂອງ BBC Global News, ພາກພື້ນອາຊີ-ປາຊີຟິກ ໃນເວລາ 30 ວິນາທີ ຊື່ງໄດ້ອອກອາກາດເປັນປະຈຳແຕ່ວັນຈັນ ຫາວັນອາທິດ ແຕ່ນີ້ຮອດວັນທີ 2 ມິຖຸນາ. ເນື້ອໃນຕົ້ນຕໍຂອງກລິບ ແມ່ນແນະນຳທິວທັດທຳມະຊາດທີ່ສວຍງາມໃນບໍລະເວນແຂວງ… ພວມກຽມພ້ອມຕ້ອນຮັບແຂກທ່ອງທ່ຽວສາກົນ ນັບແຕ່ເມື່ອຫວຽດນາມ ເປີດປະຕູຄືນໃໝ່ ພາຍຫຼັງຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19 ເປັນເວລາຍາວນານ.

ຕອບກັບ

ຂ່າວ/ບົດ​ອື່ນ