ແຂວງຟຸເຖາະປະກາດງານບຸນວິຫານຮຸ່ງ 2013

ແຂວງຟຸເຖາະປະກາດງານບຸນວິຫານຮຸ່ງ 2013 - ảnh 1
ກອງ​ປະຊຸມ​ຂ່າວ​ກ່ຽວ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​
ຂອງພິທີໄຫວ້ບູຊາ​ເຈົ້າ​ຊີວິດ​ຮຸ່ງ - ງານ​ບຸນ​ວິຫານ​ຮຸ່ງ 2013
(ພາບ: bienphong.com.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 01/04, ຢູ່​ຮ້າ​ໂນ້ຍ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ຟຸ​ເຖາະ ​ແລະ ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ​ໂທລະ​ຄົມ ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ​ກ່ຽວ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ພິທີ​ ໄຫວ້ບູຊາ​ເຈົ້າ​ຊີວິດ​ຮຸ່ງ - ງານ​ບຸນ​ວິຫານ​ຮຸ່ງ 2013. ພິທີ​​ໄຫວ້ບູຊາ​ເຈົ້າ​ຊີວິດ​ຮຸ່ງ - ງານ​ບຸນ​ວິຫານ​ຮຸ່ງ 2013 ຈະ​ດຳ​ເນີນ​ໄປ​​ເປັນ​ເວລາ 7 ວັນ (​ແຕ່​ວັນ​ທີ 13 ຫາ 19/04). ຂັ້ນ​ຕອນພິທີ​ຖືກຈັດ​ຕັ້ງ​ຢ່າງ​ເຄັ່ງ​ຂຶ້ມ, ມີ​ລັກສະນະ​ວົງ​ຄະນະ​ຍາດ, ຕິດ​ພັນ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ເຊີດ​ຊູ​ມໍລະດົກ​ວັດທະນະທຳ​ການ​ເຫຼື້ອມ​ໃສໄຫວ້​ບູຊາ​ ເຈົ້າ​ຊີວິດ​ຮຸ່ງ. ສ່ວນ​ຂັ້ນ​ຕອນງານ​ບຸນ​ມີ​ບັນດາ​ການ​ເຄື່​ອນ​ໄຫວ​ທີ່​ອຸດົມສົມ​ບູນຄື; ງານ​ບຸນ​ຕັ້ງຄ້າຍ​ວັດທະນະທຳ, ສະ​ແດງ​ສິລະ​ປະ, ງານ​ມະ​ໂຫລານ​ຂັບຊວາ​ນ ​ແລະ ​ເພງ​ພື້ນ​ເມືອງ​ແຂວງ​ຟຸ​ເຖາະ ຄັ້ງ​ທີ 3... ທ່ານ ຮ່າ​ເກ໋ຊານ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາ​ຊົນ​ແຂວງ​ຟຸ​ເຖາະ , ຫົວໜ້າ​ຄະນະ​ຈັດ​ຕັ້ງ​ພິທີໄຫ​ວ້​ບູນຊາ​ເຈົ້າ​ຊີວິດ​ຮຸ່ງ - ງານ​ບຸນ​ວິຫານ​ຮຸ່ງ 2013, ​ໃຫ້​ຮູ້​ວ່າ.

        “ຈຸດ​ໃໝ່​ຂອງ​ວິຫານ​ຮຸ່ງ​ປີ 2013 ​ແມ່ນ, ຍ້ອນ​ພວກ​ເຮົາ​ຈັດ​ຕັ້ງ​ການ​ຮັບ​ເອົາ​ການ​ເຊີດ​ຊູ​ການ​ເຫຼື້ອ​ມ​ໃສ​ໄຫວ້​ບູຊາ​ເຈົ້າ​ຊີວິດຮຸ່ງແມ່ນ​ມໍລະດົກ​ທີ່​ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດເພາະ​ສະ​ນັ້ນ, ພວກ​ເຮົາ​​ໄດ້ຈັດ​ຕັ້ງ​ພິທີ​ຮັບ​ໃບ​ຢັ້ງຢືນແລະໄຂ​ງານ​ບຸນ​ວິຫານ​ຮຸ່ງ. ທີ່ 2 ​ແມ່ນ​ຈັດ​ຕັ້ງ​ງານ​ບຸນຕາມ​ຖະໜົນ. ທີ່ 3 ​ແມ່ນ ພວກ​ຂ້າພະ​ເຈົ້າ​ໄດ້​ເຊີນ 8 ​ແຂວງ​ຢູ່​ທາງ​ພາກ​ເໜືອ, ພາກ​ກາງ, ພາກ​ໃຕ້ ພ້ອມ​ກັບ​ຟຸ​ເຖາະ ກັບ​ເມື່ອ​ແຂວງ​ຟຸກ​ເຖາະ​ ເພື່ອ​ຈັດ​ຕັ້ງ​ພິທີ​ໄຫວ້ບູຊາ​ເຈົ້າ​ຊີວິດ​ຮຸ່ງຢູ່​ແຂວງ ຟຸ​ເຖາະ.”

 

ຂ່າວ/ບົດ​ອື່ນ