ແຂ​ວງຫວິງ​ລອງ​ຕ້ອງ​ຍາດ​ແຍ່ງ​ຄວາ​ມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປ​ຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ພັດ​ທະ​ນາ

(VOVWORLD) -ໂດຍສືບຕໍ່ອແຜນການປະຕິບັດງານຢູ່ແຂວງຫວິງລອກ, ຕອນບ່າຍວັນທີ 23 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກກັບຄະນະປະຈຳພັກແຂວງຫວິງລອງ ກ່ຽວກັບສະພາບການເສດຖະກິດ - ສັງຄົມ ປີ 2022, ທິດທາງ, ໜ້າທີ່ປີ 2023.
ແຂ​ວງຫວິງ​ລອງ​ຕ້ອງ​ຍາດ​ແຍ່ງ​ຄວາ​ມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປ​ຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ພັດ​ທະ​ນາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຮັດວຽກກັບຄະນະປະຈຳພັກແຂວງຫວິງລອງ
(ພາບ: TTXVN)

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ແຂວງ ວິງລອງຄວນຍາດແຍ່ງຄວາມສາມາດບົ່ມຊ້ອນ, ກາລະໂອກາດ, ທ່າໄດ້ປຽບໃນການແກ້ງແຍ້ງຂອງແຂວງຢ່າງສຸດຂີດເພື່ອພັດທະນາ, ພ້ອມກັນນັ້ນ, ຕ້ອງເອົາໃຈໃສ່ເປັນພິເສດເຖິງການພັດທະນາເສດຖະກິດ, ວັດທະນະທຳ - ສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມຕິດພັນກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງກົມກຽວ, ບໍ່ເອົາຄວາມກ້ວາໜ້າ, ຄວາມຍຸຕິທຳຂອງສັງຄົມ, ສິ່ງແວດລ້ອມໄປແລກເອົາການເຕີບໂຕເສດຖະກິດແຕ່ຢ່າງດຽວ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ໂດຍແມ່ນເຂດດິນແດນມີຜູ້ທີ່ເກັ່ງກ້າສາມາດຫຼາຍຄົນ, ແຂວງຫວິງລອງ ຕ້ອງເສີມຂະຫຍາຍມູນເຊື້ອປະຫວັດສາດປະຕິວັດ, ວັດທະນະທຳ, ຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມສາມັກຄີຢ່າງແຮງ ເພື່ອບືນຕົວຂຶ້ນດ້ວຍກຳລັງແຮງພາຍໃນຂອງຕົນ, ປະກອບສ່ວນເຂົ້າໃນການພັດທະນາພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ.

ກ່ອນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງກວດກາໂຄງການກໍ່ສ້າງຂົວໝີ້ທ້ວນ 2 ເຊິ່ງເຊື່ອມຕໍ່ 2 ແຂວງຫວິງລອງ ແລະ ຕຽນຢາງ, ມອບຂອງຂວັນໃຫ້ແກ່ກຳມະກອນຢູ່ໂຄງການ, ສຳຫຼວດເຂດຄາດວ່າຈະກໍ່ສ້າງຂົວດິ່ງຂາວ ເຊື່ອມຕໍ່ 2 ແຂວງ ວິງລອງ ແລະ ເບັ້ນແຈ, ສຳຫຼວດໝູ່ບ້ານດິນຈີ່, ເຄື່ອງປັ້ນດິນເຜົາ ມາງທິດ, ຕາແສງມີເຟືອກ, ເມືອງມາງທິດ

ຕອບກັບ

ຂ່າວ/ບົດ​ອື່ນ