ແຂ​ວງ​ຫາຍ​ເຢືອງ ຈັດ​ຕັ້ງ​ພ​ິ​ທີ​ສູດມົນ​ພາ​ວະ​ນາ​ຂໍ​ຄວາມ​ສະ​ຫງົບ​ສຸກ​ຢູ່ ແມ່​ນ້ຳ​ ລູກ​ເດົ່າ

(VOVWORLD) -ບັນດາຄູບາ, ພະສົງ, ສຳມະເນນ ໄດ້ດຳເນີນພິທີອາໄລຫາ, ຈາລຶກບຸນຄຸນຂອງນັກຮົບວິລະຊົນຜູ້ທີ່ເສຍສະຫຼະຊີວິດຂອງຕົນເພື່ອພາລະກິດແຫ່ງການຕໍ່ສູ້ປົກປັກຮັກສາປະເທດຊາດ, ພາວະນາຂໍໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນໄດ້ຢູ່ເຢັນເປັນສຸກ, ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ໂລກມີສັນຕິພາບ…
ແຂ​ວງ​ຫາຍ​ເຢືອງ ຈັດ​ຕັ້ງ​ພ​ິ​ທີ​ສູດມົນ​ພາ​ວະ​ນາ​ຂໍ​ຄວາມ​ສະ​ຫງົບ​ສຸກ​ຢູ່ ແມ່​ນ້ຳ​ ລູກ​ເດົ່າ - ảnh 1ພິທີອາໄລຫາ, ຈາລຶກບຸນຄຸນຂອງນັກຮົບວິລະຊົນຜູ້ທີ່ເສຍສະຫຼະຊີວິດຂອງຕົນເພື່ອພາລະກິດແຫ່ງການຕໍ່ສູ້ປົກປັກຮັກສາປະເທດຊາດ (ພາບ: TTXVN) 

ຕອນຄ່ຳວັນທີ 4 ຕຸລາ (ກົງກັບວັນທີ 18/8 ໄລ່ຕາມຈັນທະປະຕິທິນ), ຢູ່ເຂດປູຊະນີຍະສະຖານປະຫວັດສາດ ກຽບບາກ ຢູ່ນະຄອນ ຈີ໊ລິງ, ແຂວງ ຫາຍເຢືອງ ໄດ້ຈັດຕັ້ງພິທີສູດມົນພາວະນາຂໍຄວາມສະຫງົບສຸກຢູ່ຄັນຄູແມ່ນ້ຳ ລູກເດົ່າ ເຊິ່ງເປັນບ່ອນມີວິລະກຳອັນໂດ່ງດັງຫຼາຍຢ່າງຂອງກອງທັບປະຊາຊົນ ດ້າຍຫວຽດ ໃນພາລະກິດແຫ່ງການຕໍ່ຕ້ານສັດຕູຜູ້ຮຸກຮານ ງວຽນມົງ ໃນປີ 1285 ແລະ ປີ 1288. ນະທີ່ນີ້, ບັນດາຄູບາ, ພະສົງ, ສຳມະເນນ ໄດ້ດຳເນີນພິທີອາໄລຫາ, ຈາລຶກບຸນຄຸນຂອງນັກຮົບວິລະຊົນຜູ້ທີ່ເສຍສະຫຼະຊີວິດຂອງຕົນເພື່ອພາລະກິດແຫ່ງການຕໍ່ສູ້ປົກປັກຮັກສາປະເທດຊາດ, ພາວະນາຂໍໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນໄດ້ຢູ່ເຢັນເປັນສຸກ, ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ໂລກມີສັນຕິພາບ…

        ທີ່ພິທີ, ຢູ່ຄັນຄູແມ່ນ້ຳ ລູກເດົ່າ, ມີດອກໄມ້ 720 ດອກ ໄດ້ຈັດເປັນຮູບດອກບົວ ເຊິ່ງເປັນສັນຍະລັກລະນຶກເຖິງ 720 ປີ ແຫ່ງວັນສະຫວັນນະຄົດຂອງ ມະຫາກະສັດ ເຈິ່ນຮຶງດ້າວ.


ຕອບກັບ

ຂ່າວ/ບົດ​ອື່ນ