ແຂວງ​ຫ໋າຍ​ເຢືອງ​ສິ້ນ​ສຸດ​ການ​ແຍກ​ຫ່າງ​ທົ່ວ​ສັງ​ຄົມ ແຕ່​ເວ​ລາ 0 ໂມງ​ຂອງວັນ​ທີ 1 ເມ​ສາ 2021

(VOVWORLD) -ມາຮອດປັດຈຸບັນ, ແຂວງຫ໋າຍເຢືອງ ໄດ້ສະກັດກັ້ນ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງສິ້ນເຊິງແລ້ວ, ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນຊຸມຊົນ, ມີຫຼາຍທ້ອງຖິ່ນໃນແຂວງບໍ່ກວດພົບຜູ້ຕິດເຊື້ອພະຍາດລາຍໃໝ່ຕື່ມອີກ ໃນຮອບເວລາກ່ວາ 20 ວັນແລ້ວ. 
ແຂວງ​ຫ໋າຍ​ເຢືອງ​ສິ້ນ​ສຸດ​ການ​ແຍກ​ຫ່າງ​ທົ່ວ​ສັງ​ຄົມ ແຕ່​ເວ​ລາ 0 ໂມງ​ຂອງວັນ​ທີ 1 ເມ​ສາ 2021 - ảnh 1ພາບປະກອບ

        ນັບແຕ່ເວລາ 0ໂມງ ຂອງວັນທີ 1 ເມສາ 2021, ທົ່ວແຂວງຫ໋າຍເຢືອງ ຈະສິ້ນສຸດການແຍກຫ່າງທົ່ວສັງຄົມຄຳສັ່ງເລກທີ 19 ຂອງນາຍົກລັດຖະມົນຕີ ເພື່ອປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນສະພາບການປົກກະຕິໃໝ່. ນັ້ນແມ່ນເນື້ອໃນໂດຍ ຄະນະປະຈຳຄະນະພັກເຫັນດີເປັນເອກະພາບຢູ່ ກອງປະຊຸມໄດ້ດຳເນີນໃນຕອນເຊົ້າວັນທີ 29 ມີນາ.

        ມາຮອດປັດຈຸບັນ, ແຂວງຫ໋າຍເຢືອງ ໄດ້ສະກັດກັ້ນ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງສິ້ນເຊິງແລ້ວ, ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນຊຸມຊົນ, ມີຫຼາຍທ້ອງຖິ່ນໃນແຂວງບໍ່ກວດພົບຜູ້ຕິດເຊື້ອພະຍາດລາຍໃໝ່ຕື່ມອີກ ໃນຮອບເວລາກ່ວາ 20 ວັນແລ້ວ. ໃນບໍລິເວນແຂວງ ບໍ່ມີເຂດໃດຖືກປິດລ້ອມ. ທ່ານ ຟ້າມຊວັນທັ໊ງ, ເລຂາຄະນະພັກແຂວງຫ໋າຍເຢືອງ ໃຫ້ຮູ້ວ່າ:

        ພວກຂ້າພະເຈົ້າໄດ້ຕັດສິນແຕ່ເວລາ 0ໂມງຂອງວັນທີ 1 ເມສາ ທົ່ວແຂວງຈະປ່ຽນໄປຍັງສະພາບການທີ່ເປັນປົກກະຕິໃໝ່. ນັ້ນແມ່ນ ນຳໃຊ້ບັນດາມາດຕະການເພື່ອເປັນເຈົ້າການໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຕາມທິດນຳເຊິ່ງລັດຖະບານຊີ້ນຳ. ພ້ອມກັນນັ້ນ, ແຂວງຫ໋າຍເຢືອງສືບຕໍ່ຮັກສາບັນດາໜ່ວຍປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງປອດໄພ ແລະ ບັນດາວິທີການແກ້ໄຂເພື່ອແນໃສ່ກວດພົບ, ຈຳກັດບໍລິເວນ, ແຍກຕົວ ແລະ ດັບມອດ ໂລກລະບາດໂຄວິດ - 19 ຢ່າງທັນການ ເມື່ອ ໂລກລະບາດໂຄວິດ - 19 ເກີດຂຶ້ນຄືນໃໝ່ໃນບໍລິເວນແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ