ແຂວງອານຢາງ ເພີ່ມທະວີການຮ່ວມມືກັບລາວ

ແຂວງອານຢາງ ເພີ່ມທະວີການຮ່ວມມືກັບລາວ - ảnh 1
ທີ່ການເຮັດວຽກລະຫວ່າງ​ແຂວງ​ອານ​ຢາງ ​- ​ລາວ
(ພາບ: angiang.gov.vn)

(vovworld) -     ສະຫະສະມາຄົມ​ວິສາ​ຫະກິດ​ແຂວງ​ອານ​ຢາງ ຫາ​ກໍ​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ຜູ້​ແທນ​ລັດຖະບານ​ລາວ ​ໂດຍ​ທ່ານ ສີ​ສົມ​ພອນ ​ເພັດ​ດາວ​​ເຮືອງ, ຜູ້ອຳນວຍການ​ການ​ພົວພັນສາກົນ​ເອີ​ລົບ - ອາ​ເມ​ລິ​ກາ, ກົມ​ຮ່ວມ​ມື​ສາກົນ, ກະຊວງ​ແຜນການ ​ແລະ ການ​ລົງທຶນ​ລາວ ​ນຳ​ໜ້າ​ ​ແລະ ອົງການ​ຮ່ວມ​ມື​ສາກົນ​ເຢຍລະ​ມັນ ທີ່​ພວມທຳ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ອານ​ຢາງ. ສອງ​ຝ່າຍ​ໄດ້​ສຸມ​ໃສ່​ແລກປ່ຽນກ່ຽວ​ກັບ ການ​ໂອ້​ລົມ​ສົນທະນາ​ພາກ​ລັດ ​ແລະ ​ເອກ​ກະ​ຊົນ, ບົດບາດ​ຂອງ​ສະຫະ​ສະມາຄົມ​ວິ​ສາ​ຫະກິດ ​​ແລະ ບັນດາ​ບົດຮຽນອັນ​ລ້ຳ​ຄ່າ, ພິ​ເສດ​ແມ່ນ​ໜູນ​ຊ່ວຍ​ໃຫ້​ແກ່​ວິ​ສາ​ຫະກິດສອງ​ຝ່າຍ​ສຳ​ພັດ, ຊອກ​ຫາ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ, ​ເປີດ​ກວ້າງ​ຕະຫຼາດ​ສົ່ງ​ອອກ, ຊອກຫາ​ຕະຫຼາດ​ສົ່ງ​ອອກ, ນຳ​ເຂົ້າ​ລະຫວ່າງ​ສອງ​ປະ​ເທດ. ​​​ແຕ່ວັນ​ທີ 12/9 ມາ​ຮອດ​ປະຈຸ​ບັນ ​​ໄດ້ມີ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ປະ​ເທດ​ລາວ ຫຼາຍຄະນະມາ​ຢ້ຽມຢາມ, ​ເຮັດ​ວຽກ​ກັບ​ການ​ນຳ ​ແລະ ບັນດາ​ຂັ້ນ, ຂະ​ແໜງ​ການ​ຂອງ​ແຂວງ​ອານ​ຢາງ ​ເພື່ອ​ຊອກ​ຮູ້, ​ແລກປ່ຽນ​​ບັນ​ດາ​ເນື້ອ​ໃນ; ສົ່ງ​ເສີມ​ການ​ລົງທຶນ​ໃນ​ຂົງ​ເຂດ​ການ​ຄ້າ, ທ່ອງ​ທ່ຽວ; ຍຸດ​ທະ​ສາດ​ພັດທະນາ​ດ້ານ​ການ​ຄ້າ, ອຸດສາຫະກຳ, ຍຸດ​ທະ​ສາດສົ່ງ​ເສີມ​ພັດ​ທະ​ນາ​​ເຄື່ອງຫັດຖະກຳ ​ແລະ ອຸດສາຫະກຳ​ຊົນນະບົດ.

ຂ່າວ/ບົດ​ອື່ນ