ແຂວງຮ່າຕີງໄດ້ສ້າງບາດກ້າວພັດທະນາບຸກທະລຸກ່ຽວກັບດ້ານເສດຖະກິດ


ແຂວງຮ່າຕີງໄດ້ສ້າງບາດກ້າວພັດທະນາບຸກທະລຸກ່ຽວກັບດ້ານເສດຖະກິດ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ເຮັດວຽກກັບ
ການນຳແຂວງ ຮ່າຕີງ (ພາບ:baohatinh.vn)

(vovworld) – ຂ້າພະ​ເຈົ້າ​ສະ​ເໜີ​ການ​ນຳ​ແຂວງ ຮ່າ​ຕີງ ສືບ​ຕໍ່​ສຸມ​ໃສ່​ຊີ້​ນຳ​ນຳພາ ​ແລະ ປະຕິບັດ​ບັນດາ​ມາດ​ຕະການ​ຢ່າງ​ເດັດ​ດຽວ, ຄົບ​ຊຸດ ເພື່ອ​​ແນ​ໃສ່ບັນລຸ ​ແລະ ​ລື່ນກາຍ ​ບັນດາ​​ຈຸດໝາຍ, ຄາດໝາຍ, ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປີ​ນີ້

 ແຂວງ​ ຮ່າ​ຕີງ​ ໄດ້​ສ້າງ​ບາດກ້າວ​ພັດທະນາ​ບຸກທະລຸ​ກ່ຽວ​ກັບ​ດ້ານ​ເສດຖະກິດ. ນີ້​ແມ່ນ​ຂໍ້​ສັງ​ເກດ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ທີ່​ການ​ເຮັດ​ວຽກ​ກັບ​ກາ​ນນຳ​ຫຼັກ​ແຫຼ່ງ​ແຂວງ ຮ່າ​ຕີງ ​ໃນ​ຕອນ​ບ່າຍ​ວັນ​ທີ 16/9. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຕີ​ລາຄາ​ສູງ​ເລື່ອງ​ແຂວງ ຮ່າ​ຕີງ ​ໄດ້​ສ້າງ​ບາດ

ກ້າ​ວພັດທະ​ນາ​ກະ​ໂດດ​ຂັ້ນ, ບຸກທະລຸ​ກ່ຽວ​ກັບ​ດ້ານ​ເສດຖະກິດ, ດຶງ​ດູດທຶນ​ໄດ້ 20 ຕື້ USD ​; ບັນລຸ​ລະດັບເຕີບ​ໂຕສະ​ເລ່ຍ 20% ຕໍ່​ປີ​ໃນ 5 ປີ​ຜ່ານ​ມາ...​ກ່ຽວ​ກັບ​ໜ້າ​ທີ່​ຕໍ່​​ໃນ​ສະ​ເພາະ​ໜ້າ​ຂອງ​ແຂວງ ຮ່າ​ຕີງ, ທ່ານ​ນາຍົກລັດຖະມົນຕີ ​​ເນັ້ນ​ໜັກວ່າ:

        “ . ​ແຂວງ​ເສີມ​ຂະ​ຫຍາ​ຍຄວາມ​ສຸດ​ຈິດ​ສຸດ​ໃຈ, ​ປັນຍາທີ່​ມີ​ຫົວຄິດ​ປະ​ດິດສ້າງ, ສ້າງ​ເອກະສານ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ​ຕິດ​ພັນ​ກັບ​ແຜນການ​ພັດທະນາ​ໃນ​ 5 ປີຈະ​ມາ​ເຖິງ. ນຳ​ແຂວງ ຮ່າ​ຕີງ ພັດທະນາ​ຢ່າງ​ວ່ອງ​ໄວ, ໝັ້ນຄົງ​, ມີ​ປະສິດທິ​ຜົນ​, ມີ​ຄວາມ​ສາ​ມາດ​ແກ່ງ​ແຍ້​ງສູງ​ ​ແລະ ມີ​ສະພາບ​ແວດ​ລ້ອມ​​ແຫ່ງການ​ລົງທຶນ​​ໃຫ້ດີ​ກ່ວາ… ”

        ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີ໋ນຢຸງ ​ກໍ່ໃສ່​ໃຈ​ແຂວງ ຮ່າ​ຕີງ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ລົງທຶນ​ພັດທະນາ​ບັນດາ​ຂົງ​ເຂດ​ຄື: ດ້ານສາທາລະນະ​ສຸກ, ວັດທະນະທຳ, ສັງຄົມ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ຍູ້​ແຮງ​ການ​ປະຕິ​ຮູບ​ດ້ານບໍລິຫານ, ປັບປຸງການປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ເພື່ອ​ຮັບປະກັນ​ຄວາມ​​ເປັນລະບຽບ​ຮຽບຮ້ອຍ ຄວາມປອດ​ໄພ​​ໃນ​ສັງຄົມ.

ຂ່າວ/ບົດ​ອື່ນ