ແຂວງຮ່ານາມຕັ້ງໜ້າເຂົ້າຮ່ວມຈັດຕັ້ງ ງານບຸນ Vesak ສະຫະປະຊາຊາດ 2019

(VOVWORLD) - ງານບຸນ Vesak ສະຫະປະຊາຊາດ 2019 ມີຫົວຂໍ້ວ່າ: “ວິທີການສຳຜັດຂອງພຸດທະສາສະໜາກ່ຽວກັບການຊີ້ນຳນຳພາທົ່ວໂລກ ແລະ ຄວາມຮັບຜິດຊອບ ພ້ອມກັນແບ່ງປັນເພື່ອສັງຄົມໝັ້ນຄົງ”

        ວັນທີ 5 ມີນາ, ຄະນະກໍາມະການປະຊາຊົນແຂວງ ຮ່ານາມ ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍແຜນການສົມທົບ, ຊ່ວຍເຫຼືອ ສະມາຄົມພຸດທະສາສະໜາ ຫວຽດນາມ ຈັດຕັ້ງງານບຸນ Vesak ສະຫະປະຊາຊາດປີ 2019, ເຊິ່ງຄາດວ່າຈະດໍາເນີນໃນລະຫວ່າງວັນທີ 10 – 15 ພຶດສະພາ ຢູ່ສູນວັດທະນະທໍາພຸດທະສາສະໜາ ວັດ ຕາມຈຸກ, ເມືອງກິມບ໋າງ, ແຂວງຮ່ານາມ ຫວຽດນາມ.

ແຂວງຮ່ານາມຕັ້ງໜ້າເຂົ້າຮ່ວມຈັດຕັ້ງ  ງານບຸນ Vesak ສະຫະປະຊາຊາດ 2019 - ảnh 1 ກອງປະຊຸມຜັນຂະຫຍາຍແຜນການສົມທົບ, ຊ່ວຍເຫຼືອ ສະມາຄົມພຸດທະສາສະໜາ ຫວຽດນາມ ຈັດຕັ້ງງານບຸນ Vesak ສະຫະປະຊາຊາດປີ 2019 (ພາບ:hanam.gov.vn)

        ຕາມນັ້ນແລ້ວ,  ຄະນະກໍາມະການປະຊາຊົນແຂວງຮ່ານາມ ໄດ້ຊີ້ນໍາໃຫ້ບັນດາພະແນກ, ຄະນະ, ຂະແໜງການ ແລະ ຫົວໜ່ວຍກ່ຽວຂ້ອງ ສົມທົບ ແລະ ຊ່ວຍເຫຼືອບັນດາອະນຸກໍາມະການຂຶ້ນກັບຄະນະກໍາມະການຈັດຕັ້ງງານບຸນ Vesak 2019 ແລະ ສະມາຄົມພຸດທະສາສະໜາຫວຽດນາມ ແຂວງຮ່ານາມ ປະຕິບັດວຽກງານກະກຽມ ເພື່ອຮັບປະກັນໃຫ້ງານບຸນ Vesak ດໍາເນີນໄປດ້ວຍດີ. ໜູນຊ່ວຍແຫຼ່ງຊັບພະຍາກອນມະນຸດຄືຊາວໜຸ່ມ, ນັກຮຽນ, ນັກສຶກສາອາສາສະໝັກເຂົ້າຮ່ວມພິທີໃຕ້ທູບລອຍກະທົງພາວະນາໃຫ້ມີສັນຕິພາບ; ຈັດຕັ້ງບັນດາການເຄື່ອນໄຫວວັນບຸນວິສາຂະບູຊາໃນບໍລິເວນເມືອງ, ນະຄອນ ຕາມຄໍາຊີ້ນໍາຂອງສູນກາງສະມາຄົມພຸດທະສາສະໜາຫວຽດນາມ.

        ງານບຸນ Vesak ສະຫະປະຊາຊາດ 2019 ມີຫົວຂໍ້ວ່າ: “ວິທີການສຳຜັດຂອງພຸດທະສາສະໜາກ່ຽວກັບການຊີ້ນຳນຳພາທົ່ວໂລກ ແລະ ຄວາມຮັບຜິດຊອບ ພ້ອມກັນແບ່ງປັນເພື່ອສັງຄົມໝັ້ນຄົງ”. ງານບຸນ Vesak ຈະມີການເຂົ້າຮ່ວມຂອງກວ່າ 10.000 ຄົນ, ໃນນັ້ນລວມມີຜູ້ມີຍົກສັກຕໍາແໜ່ງ ແລະ ການນໍາຂອງສະມາຄົມ, ນິກາຍສາສະໜາພຸດ, ນັກວິທະຍາສາດ, ນັກຄົ້ນຄວ້າກ່ຽວກັບພຸດສາສະໜາສາດ ປະມານ 1.500 ທ່ານ ແລະ ສາສະນິກກະຊົນທີ່ມາຈາກກວ່່າ 100 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກ ແລະ ແຂກທ່ອງທ່ຽວມາຈາກສາລະທິດ. 

ຕອບກັບ

ຂ່າວ/ບົດ​ອື່ນ