ແຂວງຮ່ານາມ,ຮ່າຢາງຈັດຕັ້ງກອງປະຊຸມປຶກສາຫາລືຄັ້ງທີ3

ແຂວງຮ່ານາມ,ຮ່າຢາງຈັດຕັ້ງກອງປະຊຸມປຶກສາຫາລືຄັ້ງທີ3 - ảnh 1
ແຂວງຮ່າຢາງຈັດຕັ້ງກອງປະຊຸມປຶກສາຫາລືຄັ້ງທີ 3
(ພາບ: baohagiang)

(vovworld) - ​ ​​ ວັນ​ທີ 16/04, ຫລາຍ​ທ້ອງ​ຖິ່ນ​​ໃນ​ທົ່ວ​ປະ​ເທດ​ຈັດ​ຕັ້ງ​ກອງ​ປະຊຸມ​ປຶກສາ​ຫາລື​ຄັ້ງ​ທີ 3, ​ເປັນ​ເອກະ​ພາບ​ສ້າງ​ບັນ​ຊີ​ລາຍ​ຊື່​ບັນດາ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021 ຢ່າງ​ເປັນ​ທາງ​ການ.

        ຢູ່​ແຂວງ ຮ່າ​ນາມ, ບັນດາ​ສະມາຊິກ​ໄດ້​ປຶກສາ​ຫາລື, ຮັບຮອງ​ເອົາ​ບັນຊີ​ລາຍ​ຊື່ 8 ຄົນ​ຢູ່​ທ້ອງ​ຖິ່ນ​ທີ່ມີມາດຕະຖານ​ຢ່າງ​ພຽງພໍ ​ເພື່ອ​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14; ​ໃນ​ນັ້ນ​ ຜູ້​ຍິງມີ 4 ຄົນ, ຜູ້ໜຸ່ມມີ 2 ຄົນ, ຜູ້​ບໍ່​ແມ່ນ​ສະມາຊິກ​ພັກມີ 1 ຄົນ. 100% ສະມາຊິກ​ເຫັນ​ດີ​ເປັນ​ເອກະ​ພາບ ຮັບຮອງ​ເອົາ​ບັນຊີ​ລາຍ​ຊື່ 85 ຄົນ​ທີ່​ມີ​ມາດຕະຖານ​ຢ່າງ​ຄົບ​ຖ້ວນ​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ປະຊາຊົນ​ແຂວງ ຮ່າ​ນາມ ຊຸດທີ 18.

        ຢູ່​ແຂວງ ຮ່າ​ຢາງ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ​ໄດ້​ປຶກສາ​ຫາລື, ລົງ​ມະຕິ​ເປັນ​ເອກະ​ພາບ​ສ້າງ​ບັນຊີ​ລາຍ​ຊື່ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 8 ທ່ານຢ່າງ​ເປັນ​ທາງ​ການ ​ໂດຍ​ບັນດາ​ອົງການ​ສຳນັກງານ, ຫົວ​ໜ່ວຍ​ຢູ່​ທ້ອງ​ຖິ່ນ​ສະ​ເໜີ.

ຂ່າວ/ບົດ​ອື່ນ