ແຂ​ວງ​ຮູເປີຍ ​ຂອງ ຈີນ ​ປະ​ກາດ​ວ່າມີ​ຜູ້​ເສຍ​ຊ​ີວ​ິດ​ຕື່ມ​ອີກ 242 ຄົນ

(VOVWORLD) -ແຂວງຮູເປີຍ, ທາງພາກກາງປະເທດຈີນ ໄດ້ປະກາດວ່າ ຈຳນວນຜູ້ເສຍຊີວິດຍ້ອນ ພະຍາດອັກເສບປອດທີ່ເກີດຈາກເຊື້ອໄວຣັດ Corona ສາຍພັນໃໝ່ (COVID - 19) ຢູ່ແຂວງນີ້ ໄລ່ຮອດວັນທີ 12 ກຸມພາ ໄດ້ເພີ່ມຂຶ້ນຕື່ມອີກ 242 ຄົນ, ຍົກຍອດຈຳນວນຜູ້ເສຍຊີວິດ ຢູ່ ແຂວງນີ້ຂຶ້ນເປັນ 1.310 ຄົນແລ້ວ ແລະ ໃນທົ່ວປະເທດຈີນ ແມ່ນ 1.350ຄົນ.
ແຂ​ວງ​ຮູເປີຍ ​ຂອງ ຈີນ ​ປະ​ກາດ​ວ່າມີ​ຜູ້​ເສຍ​ຊ​ີວ​ິດ​ຕື່ມ​ອີກ 242 ຄົນ - ảnh 1 ພະນັກງານການແພດເຮັດວຽກຢູ່ໂຮງໝໍກາງສະໜາມຢູ່ ອູ່ຮັ້ນ, ແຂວງຮູເປີຍ, ປະເທດຈີນ ໃນວັນທີ 10 ກຸມພາ 2020 (ພາບ: TTX/TTXVN)

ໃນແຈ້ງການທີ່ໄດ້ເອົາລົງໜ້າ web ໃນວັນທີ 13 ກຸມພາ, ຄະນະກຳມະການສາທາລະນະສຸກແຂວງ ຮູເປີຍ ໃຫ້ຮູ້ວ່າ ມີຜູ້ຕິດເຊື້ອພະຍາດດັ່ງກ່າວຕື່ມອີກ 14.840 ຄົນ, ຍົກຈຳນວນຜູ້ຕິດເຊື້ອ COVID - 19 ຢູ່ເຂດເກີດເຊື້ອພະຍາດນີ້ຂຶ້ນເປັນ 48.206 ຄົນ. ໄລ່ຮອດ ເວລາ 8 ໂມງ ວັນທີ 13 ກຸມພາ, ຍອດຈຳນວນຜູ້ຕິດເຊື້ອ COVID - 19ໃນທົ່ວໂລກ ແມ່ນ 60.017 ຄົນ(ເພີ່ມຂຶ້ນ 15.263 ຄົນ), ໃນນັ້ນ ຢູ່ ຈີນ ມີ 59.493 ຄົນ. ຍອດຈຳນວນຜູ້ເສຍຊີວິດ ແມ່ນ 1.355 ຄົນ (ເພີ່ມຂຶ້ນ 243 ຄົນ), ໃນນັ້ນ ຈີນ ແມ່ນ 1.353 ຄົນ, ຟິລິບປິນແມ່ນ 1 ຄົນ, ຮົ່ງກົງ(ຈີນ) ແມ່ນ 1 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ