ແຂວງເງະອານ, ຮ່າຕິ້ງຜັນຂະຫຍາຍບັນດາມາດຕະການຮັບມືກັບຝົນຕົກ, ນ້ຳຖ້ວມ

ແຂວງເງະອານ, ຮ່າຕິ້ງຜັນຂະຫຍາຍບັນດາມາດຕະການຮັບມືກັບຝົນຕົກ, ນ້ຳຖ້ວມ - ảnh 1
ສະພາບນ້ຳຖ້ວມຢູ່ ເມືອງເຮືອງເຊີນ
(ພາບ: anninhthudo.vn)

(​vovworld) – ​ໂດຍ​ຖືກ​ຜົນ​ສະທ້ອນ​ຂອງ​ພະຍຸ ນາຣີ, ​ຊຸ​​ມມື້​ຜ່ານ​ມາ, ໃນ​ບໍລິ​ເວນ 2 ​ແຂວງ​ພາກ​ກາງ​ແມ່ນ ຮ່າ​ຕິ້ງ ​ແລະ ​ເງະ​ອານ​ໄດ້​ເກີດ​ຝົນຕົກ​ໜັກ, ປະລິມານ​ນ້ຳ​ຝົນ​ແຕ່ 200 – 300 ມມ. ປະລິມານ​ນ້ຳ​ຝົນ​ໃນ​ແມ່​ນ້ຳ​ແຫ່ງ​ຕ່າງໆ​ກໍ່​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ. ອຳນາດ​ການ​ປົກຄອງ ​ແລະ ບັນດາ​ຫົວໜ່ວຍ​ທີ່ມີໜ້າ​ທີ່​ຮັບຜິດຊອບ​ຂອງ 2 ທ້ອງ​ຖີ່​ນນີ້​ພວມ​ຜັນ​ຂະຫຍາຍ​ມາດ​ຕະການ​ຕ່າງໆ​ເພື່ອ​ຮັບ​ມື​ກັບ​ຝົນຕົກ, ນ້ຳ​ຖ້ວມຢ່າງ​ທັນ​ການ.

    ຢູ່​ແຂວງ ຮ່າ​ຕິ້ງ, ບັນ​ດາ​​ເມືອງຄື: ​ເຮືອງ​ເຊີນ, ​ເຮືອງ​ເຄ, ຫວູກວາງ ​ຖືກ​ນ້ຳ​ຖ້ວນ​ໜັກ. ​ພືດ​ນັບ​ພັນ ha ຖືກ​ນ້ຳ​ຖ້ວມ. ຢູ່​ຫຼາຍ​ບ່ອນ​ລະບົບ​ໄຟຟ້າ​ຖືກ​ເປ​ເພ​. ສາຍ​ທາງ​ຫຼວງ 8A ຖືກ​​ເສາະ​ເຈື່ອນກໍ່​ຄວາມ​ຕິດ​ຄັດທາງ​ຄົມ​ມະ​ນາ​ຄົມ. ນັບ​ພັນ​ຄອບຄົວ​ຖືກ​ຍົກຍ້າຍ​ໄປ​ບ່ອນ​ທີ່​ປອດ​ພ​ຢ່າງ​ຮີບ​ດ່ວນ. ທ່ານ ຫງວຽນ​ວັນ​ວຽດ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ​ເຮືອງ​ເຄ, ​ໃຫ້​ຮູ້​ວ່າ:

    “​ຄະນະ​ຊີ້​ນຳ​ການ​ປ້ອງ​ກັນ, ຕ້ານ​ພະຍຸ ນ້ຳ​ຖ້ວມ​ທຸກ​ຂັ້ນ​ຕ້ອງ​ປະຈຳການເພື່ອ​ຮັບ​ມື​ກັບສະພາບ​ຝົກຕົກ​ໜັກ, ຈຳກັດ​ຄວາມ​ເສຍ​ຫາຍ​ໂດຍ​ພະຍຸ​ກໍ່​ຂຶ້ນ, ພິ​ເສດ​ແມ່ນ​ເອົາ​ໃຈ​ໃສ່​​ເຖິງ​ລະບົບ​ໜອງ, ​ເຂື່ອນ​ນ້ຳຕົກ”

    ຢູ່​ແຂວງ ​ເງະ​ອານ, ​ໃນ 2 ມື້​ຜ່ານ​ມາ, ກໍ່​ໄດ້​ເກີດສະພາບ​ຝົນຕົກ​ໜັກ​ໃນ​ບໍລິ​ເວນ​ກ້ວາງ​ຂວາງ, ກໍ່​​ສະພາບ​ນ້ຳ​ຖ້ວ​​ມຢູ່​ຫຼາຍ​ທ້ອງ​ຖີ່​ນ, ຕົ້ນ​ຕໍ່​ແມ່ນ​ບັນດາ​ເມືອງ​ທາງ​ພາກ​ໃຕ້​ຂອງ​ແຂວງ.

ຂ່າວ/ບົດ​ອື່ນ