ແຂວງເຊີນລາ ກຳນົດໄດ້ 100 ຫຼັກໝາຍຊາຍແດນ ໃນເຂດຊາຍແດນຫວຽດນາມ-ລາວ

ແຂວງເຊີນລາ ກຳນົດໄດ້ 100 ຫຼັກໝາຍຊາຍແດນ ໃນເຂດຊາຍແດນຫວຽດນາມ-ລາວ - ảnh 1

(ພາບ:vietnam.vn)

( vovworld ) – ​ໂດຍ​ປະຕິບັດ​ແຜນການ​ສັງ​ລວມວຽກ​ງານ​ປັກ​ຫຼັກ​ໝາຍ​ຖີ່ ​ແລະ ບູລະນະ​ລະບົບ​ຫຼັກ​ໝາຍ​ຊາຍ​ແດນ​ແຫ່ງ​ຊາດ​ລະຫວ່າງ​ຫວຽດນາມ-​ລາວ, ມາ​ຮອດ​ປະຈຸ​ບັນ, ​ໃນ​ທົ່ວ​ເຂດ​ຊາຍ​ແດນ​ແຂວງ​ເຊີນ​ລາ(ຫວຽດນາມ)-​ແຂວງ​ຫົວພັນ-​ຫຼວງ​ພະ​ບາງ (ລາວ) ​ໄດ້​ທຳ​ການ​ສຳ​ຫຼວດສອງ​ຝ່າຍ ກຳນົດ 100 ຫຼັກ​ໝາຍ​ໃນ​ຈຳນວນ 125 ຫຼັກ​ໝາຍ​ແຫ່ງ​ຊາດ. ​ໃນ​ນັ້ນ​ໄດ້​​ປະຕິບັດສຳ​ເລັດ​ 58 ຫຼັກ​ໝາຍ​ແລ້ວ. ​ແຂວງ​ເຊີນ​ລາ ສູ​ຊົນ​ສຳ​ເລັດ​ວຽກ​ງານປັກ​ຫຼັກ​ໝາຍ​ຖີ່ ​ແລະ ບູລະນະ​ລະບົບ​ຫຼັກ​ໝາຍ​ຊາຍ​ແດນ​ແຫ່ງ​ຊາດ​ລະຫວ່າງ​ຫວຽດນາມ-​ລາວ​ ໃນ​ທ້າຍ​ປີ​ນີ້. ທ່ານ ​ເກີ​ມວັນ​ເຟືອງ ຫົວໜ້າ​ພະ​ແນ​ກການ​ພົວພັນ​ຕ່າງປະ​ເທດ​ແຂວງ​ເຊີນ​ລາ ​ໃຫ້​ຮູ້​ວ່າ: “ສືບ​ຕໍ່​ປະຕິບັດ​ວຽກ​ງານ​ໂຄສະນາ​ກ່ຽວ​ກັບ​ວຽກ​ງານປັກ​ຫຼັກ​ໝາຍ​ຖີ່ ​ແລະ ບູນລະນະ​ລະບົບ​ຫຼັກ​ໝາຍ​ຊາຍ​ແດນ​ເຖິງ​ພະນັກງານ ນັກຮົບ, ພິ​ເສດ​ແມ່ນ​ປະຊາຊົນ​ເຂດ​ຊາຍ​ແດນ. ທີ 2 ​ແມ່ນ​ຍາດ​ແຍ່ງ​ການ​ຊ່ວຍ​ເຫຼືອ, ນະ​ແນຳ​ດ້ານ​ວິຊາ​ສະ​ເພາະ ​ແລະ​ ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ​ແລະ​ບັນດາ​ຄະນະຂະ​ແໜງ​ການທີ່​ກ່ຽວຂ້ອງ

ຂ່າວ/ບົດ​ອື່ນ