ແຂວງ​ເລິມ​ດົ່ງ​ວາງ​ເປົ້າ​ໝາຍຮັບ​ເລືອດ​ບໍ​ລິ​ຈາກໄດ້ 2000 ຖົງ ໃນ “ຂະ​ບວນ​ການ​ບໍ​ລິ​ຈາກ​ເລືອດແດງ”

(VOVWORLD) - ວັນທີ 8 ກໍລະກົດ, ຄະນະຈັດຕັ້ງຈະຜັນຂະຫຍາຍລາຍການ ວັນບຸນ ບໍລິຈາກເລືອດ ຄັ້ງທີ XII ຢູ່ນະຄອນດ່າລາດ ດ້ວຍເປົ້າໝາຍ ຮັບເລືອດຍບໍລິຈາກໄດ້ 800 ຖົງ.
ແຂວງ​ເລິມ​ດົ່ງ​ວາງ​ເປົ້າ​ໝາຍຮັບ​ເລືອດ​ບໍ​ລິ​ຈາກໄດ້ 2000 ຖົງ ໃນ “ຂະ​ບວນ​ການ​ບໍ​ລິ​ຈາກ​ເລືອດແດງ” - ảnh 1ພາບປະກອບ:  lamdongtv.vn

ໃນລະຫວ່າງວັນທີ 6 – 7 ກໍລະກົດ, ຢູ່ນະຄອນ ດ່າລາດ,  ແຂວງເລິມດົງ ໄດ້ດຳເນີນລາຍການ “ຂະບວນການບໍລິຈາກເລືອດແດງ” ຄັ້ງທີ XII ແລະ ຍ້ອງຍໍຊົມເຊີຍ ຜູ້ບໍລິຈາກເລືອດດີເດັ່ນໃນປີ 2024. ຈຸດສຸມຂອງລາຍການແມ່ນໂຄສະນາ ແລະ ໃຫ້ຄຳປຶກສາແກ່ ປະຊາຊົນ 4.500 ເທື່ອຄົນ ກ່ຽວກັບການອາສາສະໝັກບໍລິຈາກເລືອດ ແລະ ພະຍາດເລືອດຈ່າງ ມາແຕ່ກຳເນີດ, ພ້ອມທັງຂົນຂວາຍຊາວທ້ອງຖິ່ນກ່ວາ 2000 ຄົນຈົດທະບຽນອາສາສະໝັກບໍລິຈາກເລືອດ ເພື່ອການຈັດແບ່ງແຫຼ່ງເລືອດໃຫ້ແກ່ໂຮງໝໍເຈີ້ໄຣ ຢູ່ນະຄອນໂຮ່ຈີມິນ.

ເພື່ອບັນລຸໄດ້ເປົ້າໝາຍນີ້, ວັນທີ 8 ກໍລະກົດ, ຄະນະຈັດຕັ້ງຈະຜັນຂະຫຍາຍລາຍການ ວັນບຸນ ບໍລິຈາກເລືອດ ຄັ້ງທີ XII ຢູ່ນະຄອນດ່າລາດ ດ້ວຍເປົ້າໝາຍ ຮັບເລືອດຍບໍລິຈາກໄດ້ 800 ຖົງ. ຫຼັງຈາກນັ້ນ, ບັນດາວັນບຸນບໍລິຈາກເລືອດຕອບສະໜອງ “ຂະບວນການບໍລິຈາກເລືອດແດງ” ໄດ້ຈັດຂຶ້ນຢູ່ບັນດາທ້ອງຖິ່ນເພື່ອແນໃສ່ຕ້ອນຮັບເລືອດກ່ວາ 1.200 ຖົງ.

ຕອບກັບ

ຂ່າວ/ບົດ​ອື່ນ