ແຂວງເຮົ້າຢາງຍູ້ແຮງການສ້າງໂຄງປະກອບກະສິກຳຄືນໃໝ່ຕິດພັນກັບກໍ່ສ້າງຊົນນະບົດໃໝ່

ແຂວງເຮົ້າຢາງຍູ້ແຮງການສ້າງໂຄງປະກອບກະສິກຳຄືນໃໝ່ຕິດພັນກັບກໍ່ສ້າງຊົນນະບົດໃໝ່ - ảnh 1

(ທ່ານ​ຫວູວັນ​ນິງມອບ​ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີ ຢັ້ງ
ຢືນເທດສະບານ​ ຫງາ​້ໄບ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່)

(vovworld) ຕອນ​ຄ່ຳວັນ​ທີ 12/10, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫວູວັນ​ນິງ, ຫົວໜ້າ​ຄະນະ​ຊີ້​ນຳ​ໂຄງການ​ເປົ້າ​ໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່, ມອບ​ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີ ຢັ້ງຢືນເທດສະບານ​ ຫງາ​້ໄບ, ​ແຂວງ ​ເຮົ້າ​ຢາງ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່.ນີ້​ແມ່ນ​ຫົວໜ່ວຍ​ຂັ້ນ​ເມືອງ​ທຳ​ອິດ​ຂອງ​ແຂວງ ​ເຮົ້າ​ຢາງ ​ແລະ ກໍ​ແມ່ນ​ຫົວໜ່ວຍ​ຂັ້ນ​ເມືອງ​ທຳ​ອິດ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້ ຫວຽດນາມ ໄດ້​ຮັບ​ການ​ຢັ້ງຢືນ​ບັນລຸມາດຖານ​ຊົນນະບົດ​ໃໝ່. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫວູວັນ​ນິງ ​ເນັ້ນ​ໜັກ​ວ່າ: ​ແຂ​ວງ ​ເຮົ້າ​ຢາ​ງ ​ເວົ້າ​ລວມ ​ແລະ ເທດສະບານ​ ຫງາ້​ໄບ ​ເວົ້າ​ສະ​ເພາະ, ຕ້ອງ​ເສີມ​ຂະຫຍາຍ​ໝາກຜົນທີ່​ບັນລຸ​ໄດ້ ພ້ອມ​ກັນ​ນັ້ນ ຍູ້​ແຮງ​ການສ້າງ​ໂຄງ​ປະກອບ​ກະສິກຳ​ຄືນ​ໃໝ່​ຕິດ​ພັນ​ກັບ​ການກໍ່ສ້າງ​ຊົນນະບົດ​ໃໝ່​​ໃຫ້ໝັ້ນຄົງ ບົນ​ພື້ນຖານ​ສຸມ​ໃສ່ບັນດາ​ຜະລິດ​ຕະພັນ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ, ສົ່ງ​ເສີມການ​ໜູນ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ເຂົ້າ​​ໃນການ​ຜະລິດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ເນັ້ນ​ໜັກ​ວ່າ:

        “ດ້ວຍ​ບັນດາຈຸດພິ​ເສດສະ​ເພາະຕ່າງຂອງ​ຕົນ, ​ເຮົ້າ​ຢາງ​ຕ້ອງ​ສືບ​ຕໍ່​ນຳ​ໃຊ້​ກົນ​ໄກ, ນະ​ໂຍບາຍ​ລວມ ​ແລະ ​ເງື່ອນ​ໄຂລະອຽດ​ຂອງ​ທ້ອງ​ຖິ່ນ, ມີ​​ແຜນການ​ກໍ່ສ້າງ​ຊົນນະບົດ​ໃໝ່​ເໝາະ​ສົມ​ກັບ​ຄວາມ​ສາມາດ​ປະກອບສ່ວນ​ຂອງ​ປະຊາຊົນ. ພ້ອມ​ກັບ​ການ​ສູ້​ຊົນ​ໃຫ້​ສຳ​ເລັດ​ບັນດາ​ຄາດໝາຍ​ຍັງ​ບໍ່​ທັນ​ບັນລຸ​ໄດ້, ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ເຖິງ​ການຮັກສາ ​ແລະ ຍົກ​ສູງ​ຄຸນ​ນະພາ​ບສຳລັບ​ບັນດາ​ຄາດໝາຍ​ໄດ້ມາດຕະຖານ​ໃນ​ໄລຍະ​ຕໍ່​​ໄປ”.

ຂ່າວ/ບົດ​ອື່ນ