ແຂວງແຄ໋ງຮ່ວາ ຕ້ອນຮັບສີລາເລກອະທິປະໄຕໝູ່ເກາະ ເຈື່ອງຊາ

ແຂວງແຄ໋ງຮ່ວາ ຕ້ອນຮັບສີລາເລກອະທິປະໄຕໝູ່ເກາະ ເຈື່ອງຊາ - ảnh 1
ພິທີມອບ​ໃບຮັບ​ຮອງ​ມໍລະດົກ​ປະຫວັດສາດ​ລະດັບ​ຊາດ​ໃຫ້​ປູຊະນີຍະສະຖານ 2 ​ແຫ່ງ
(ພາບ: baokhanhhoa.com)

(vovworld) - ຕອນ​ເຊົ້າ​ວັນ​ທີ 17/7, ຢູ່​ນະຄອນ​ຍາ​ຈາງ, ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ຮ່ວາງ​ຕ໋ວນ​ແອ​ງ, ​ໄດ້​ມອບ​ໃບຮັບ​ຮອງ​ມໍລະດົກ​ປະຫວັດສາດ​ລະດັບ​ຊາດ​ໃຫ້​ປູຊະນີຍະສະ ຖານ 2 ​ແຫ່ງ​ແມ່ນ ສະຖານ​ທີ່ຮັກສາ​ກຳ່​ປັ່ນ C235 ​ແລະ ສີ​ລາ​ເລກ​ອະທິປະ​ໄຕ​ໝູ່​ເກາະ​ເຈື່ອງ​ຊາ ​ໃຫ້​ຜູ້ຕາງໜ້າ​ທ້ອງ​ຖີ່​ນຕ່າງໆ.

  ປູຊະນີຍະສະຖານສີ​ລາ​ເລກ​ອະທິປະ​ໄຕ​ໝູ່​ເກາະ​ເຈື່ອງ​ຊາຢູ່​ເກາະ​ຊອງ​ຕື​ໄຕ ​ແລະ ​ເກາະ​ນາມ​ອຽດ ​​ໂດຍຫວຽດນາມ​ກໍ່ສ້າງ​ແຕ່​ປີ 1956. ​ໃນ ສີ​ລາ​ເລກ​ອະທິປະ​ໄຕ 2 ​ແຜ່ນ​​ໄດ້​ລະບຸ​ຢ່າງ​ຈະ​ແຈ້ງວ່າ: “ໝູ່​ເກາະ​ເຈື່ອງ​ຊາ​ແມ່ນ​ຂຶ້ນ​ກັບ​ແຂວງ​ເຟືອ​ກຕູຍ“. ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ຮ່ວາງ​ຕ໋ວນ​ແອ​ງ ຢືນຢັນ​ວ່າ, ປູຊະນີຍະສະຖານສີ​ລາ​ເລກ​ອະທິປະ​ໄຕ​ຢູ່ໝູ່​ເກາະ​ເຈື່ອງ​ຊາ ​ແມ່ນ​ພະຍານ​ຫຼັກ​ຖານ​ປະຫວັດສາດ​ສຳຄັນ​ເຊິ່ງ​ໄດ້​ລະບຸ​ໄວ້​ຢ່າງ​ລະອຽດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຢ່າງ​ຕໍ່​ເນື່ອງ, ຮອບດ້ານ​ຂອງ​ຫວຽດນາມ​ ທີ່​ມີ​ຕໍ່​ໝູ່​ເກາະ​ເຈື່ອງ​ຊາ.

        “​ເລື່ອງ​ຈັດ​ອັນ​ດັບ​ໃຫ້​ສີ​ລາ​ເລກ​ອະທິປະ​ໄຕ 2 ​​ແຜ່ນ​ຢູ່​ໝູ່​ເກາະ​ເຈື່ອງ​ຊາ ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ທ່າ​ທີ​ເຄົາລົບ ​ແລະ ນຳ້​ໃຈ​ຕັດສິນ​ໃຈ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ໝູ່​ເກາະ, ທະ​ເລ​ຂອງ​ປະ​ເທດ​ຊາດ, ປະກອບສ່ວນ​ປຸກລຸກ​ນຳ້​ໃຈ​ຮັກ​ຊາດ ​ແລະ ມູນ​ເຊື້ອ​ວິລະ​ຊົນ​ຂອງ​ຊາວ​ຫວຽດນາມ“.

        ສ່ວນ ປູຊະນີຍະສະຖານບ່ອນຮັກສາ​ກຳ່​ປັ່ນ C235 - ທາງ​ໂຮ່ຈີ​ມິນ​ບົນ​ທະ​ເລ, ​ແມ່ນ​ຕິດ​ພັນ​ກັບ​ເຫດການ​ປີ 1968 ຢູ່​ເຂດ​ທະ​ເລ ຮ່ອນ​ແຮ່​ວ, ຕາ​ແສງ​ນິງ​ເວີນ, ​ເທດສະບານ​ນິງຮ່ວາ, ບັນດາ​ນັກຮົບ​ໃນ​ກຳ​ປັ່ນບໍ່​ມີ​ໝາຍ​ເລກ C235 ​ໂດຍ​ກັບຕັນ​ເຮືອ ຫງວຽນ​ຟານ​ວິ​ງ ບັນຊາ ​ໄດ້​ຂົນ​ສົ່ງ​ສິນຄ້າ​ລຳລຽງ​ໃຫ້​ສະໜາມຮົບ​ຢູ່​ທິດ​ໃຕ້​ພາກ​ກາງ​ໄດ້​ຕໍ່ສູ້​ຢ່າງ​ພິລະ​ອາກຫານ​ກັບ​ກຳ່​ປັ່ນ​ສູ້​ຮົບ 7 ລຳ ​ແລະ ກອງ​ປະຕິບັດ​ງານ​ພິ​ເສດ 2 ກອງ​ຂອງ​ສັດຕູ ​ແລະ ກຳ່​ປັ່ນ C235 ​ໄດ້​ປ່ອຍ​ສິນຄ້າ​ລົງທະ​ເລຢ່າງ​ປອດ​ໄພ ​ແລະ ທຳລາຍ​ກຳ່​ປັ່ນ​​ໂດຍ​ທັນທີ. ພະນັກງານ ​ແລະ ນັກຮົບ 14 ຄົນ​ໃນ​ກຳ່​ປັ່ນ​ດັ່ງກ່າວ​ໄດ້​ເສຍສະຫຼະ​ຊີວິດ​ຢ່າງ​ພິລະ​ອາດ​ຫານ. ສ່ວນ​ກັບຕັນ​ເຮືອ ຫງວຽນ​ຟານ​ວິ​ງ ​ໄດ້​ຮັບ​ນາມມະຍົດ​ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ​ຈາກ​ລັດ.

 

ຂ່າວ/ບົດ​ອື່ນ