ແຂວງແຄ໋ງຮວ່າ ປະກາດ ປີທ່ອງທ່ຽວແຫ່ງຊາດ 2019

(VOVWORLD) -ພິທີໄຂປີທ່ອງທ່ຽວແຫ່ງຊາດ 2019 ຈະຖືກຈັດຕັ້ງພ້ອມກັບພີທີໄຂສັບປະດາ Festival  ທະເລຍາຈາງ - ແຄ໊ງຮວ່າ 2019 ໃນເດືອນ ພຶດສະພາ 2019

        ຕອນຄໍ່າວັນທີ 31 ທັນວາ, ຢູ່ສະໜາມຫຼວງ ວັນທີ 02 ເມສາ, ນະຄອນ ຍາຈາງ, ແຂວງແຄ໊ງຮວ່າ, ຄະນະກໍາມະການການປະຊາຊົນແຂວງແຄ໊ງຮວ່າ ໄດ້ຈັດຕັ້ງພິທີປະກາດປີທ່ອງທ່ຽວແຫ່ງຊາດ ສົມທົບກັບງານລາຕີ ຕ້ອນຮັບປີໃໝ່່ສາກົນ 2019.

ແຂວງແຄ໋ງຮວ່າ ປະກາດ ປີທ່ອງທ່ຽວແຫ່ງຊາດ 2019 - ảnh 1 ພິທີປະກາດ ປີທ່ອງທ່ຽວແຫ່ງຊາດ 2019 - ຍາຈາງ

        ປີທ່ອງທ່ຽວແຫ່ງຊາດ 2019 - ຍາຈາງ, ແຄ໊ງຮວ່າ ດ້ວຍຫົວຂໍ້ວ່າ ຍາຈາງ - ສີສັນແຫ່ງທະເລ,  ເຊິ່ງຖືກດໍາເນີນແຕ່ວັນທີ 31 ທັນວາ 2018 ຮອດວັນທີ 31 ທັນວາ 2019 ຈຶ່ງອັດລົງ. ປິທ່ອງທ່ຽວແຫ່ງຊາດ ຈະມີເຫດການຕ່າງໆກວ່າ 100 ເຫດການ. ໃນນັ້ນ, ພິທີໄຂປີທ່ອງທ່ຽວແຫ່ງຊາດ 2019 ຈະຖືກຈັດຕັ້ງພ້ອມກັບພີທີໄຂສັບປະດາ Festival  ທະເລຍາຈາງ - ແຄ໊ງຮວ່າ 2019 ໃນເດືອນ ພຶດສະພາ 2019; ດ້ວຍບັນດາການເຄື່ອນໄຫວກ່ຽວກັບວັດທະນະທໍາ, ການທ່ອງທ່ຽວ ແລະ ກິລາທີ່ເປັນເອກະລັກສະເພາະ ແລະ ດູດດື່ມ ຈະປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍດຶງດູດແຂກທ່ອງທ່ຽວ ປະມານ 7 ລ້ານຄົນ ໃນປີ 2019, ໃນນັ້ນ ມີແຂກທ່ອງທ່ຽວສາກົນ 3 ລ້ານຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ