ແຂວງແຄ້ງຮ່ວາ ແຕ່ງຕັ້ງພະສົງ 10 ອົງໄປຮັບໜ້າທີ່ວຽກງານສາສະໜາພຸດຢູ່ ເມືອງເກາະເຈື່ອງຊາ

(VOVWORLD) -ຄະນະບໍລິຫານງານສະມາຄົມພຸດທະສາສະໜາຫວຽດນາມ ແຂວງແຄ້ງຮ່ວາ ຫາກໍແຕ່ງຕັ້ງ ພະສົງ 10 ອົງໄປຮັບໜ້າທີ່ວຽກງານສາສະໜາພຸດຢູ່ 6 ວັດທີ່ເກາະຕ່າງໆໃນເມືອງເກາະເຈື່ອງຊາ
ແຂວງແຄ້ງຮ່ວາ ແຕ່ງຕັ້ງພະສົງ 10 ອົງໄປຮັບໜ້າທີ່ວຽກງານສາສະໜາພຸດຢູ່ ເມືອງເກາະເຈື່ອງຊາ - ảnh 1ພະສົງ 4 ອົງເປັນຄັ້ງທຳອິດໄປປະຕິບັດໜ້າທີ່ວຽກງານສາສະໜາຢູ່ເມືອງເກາະເຈື່ອງຊາ 

ໃນຈຳນວນພະສົງ 10 ອົງ, ມີພະສົງ 6 ອົງມີຄວາມຫວັງສືບຕໍ່ປະຕິບັດໜ້າທີ່ວຽກງານສາສະໜາຢູ່ເກາະຕ່າງໆ, ສ່ວນພະສົງ 4 ອົງ, ກໍເປັນຄັ້ງທຳອິດໄປປະຕິບັດໜ້າທີ່ວຽກງານສາສະໜາຢູ່ເມືອງເກາະເຈື່ອງຊາ. ພະອາຈານໃຫຍ່ ທິກຖ້ຽນເຟືອກ ຫົວໜ້າຄະນະເລຂາທິການ ສະມາຄົມພຸດທະສາສະໜາຫວຽດນາມ ແຂວງແຄ້ງຮ່ວາ ໃຫ້ຮູ້ວ່າ : 

    “ ບັນດາພະສົງມີຄວາມຫວັງສືບຕໍ່ປະຕິບັດໜ້າທີ່ວຽກງານສາສະໜາຢູ່ເກາະຕ່າງໆນັ້ນ, ແມ່ນສະແດງໃຫ້ເຫັນນ້ຳໃຈຮັບຜິດຊອບວຽກງານສາສະໜາຕໍ່ປະເທດຊາດ. ທັງກໍເປັນການຊ່ວຍເຫຼືອປະຊາຊົນໃນເກາະໃນຊີວິດດ້ານຈິດວິນຍານ, ເຜີຍແຜ່ເນື້ອໃນຈິດໃຈຫຼັກທຳມະເທດສະໜາໃຫ້ແກ່ປະຊາຊົນ. ນີ້ກໍແມ່ນນ້ຳໃຈຮັບຜິດຊອບວຽກງານຕໍ່ທະເລໝູ່ເກາະຂອງຫວຽດນາມ ”

ຕອບກັບ

ຂ່າວ/ບົດ​ອື່ນ