ແຂວງແຄ໋ງຮ່ວາ:ກຳປັ່ນຫາປາເຄື່ອນໄຫວຢູ່ເຈື່ອງຊາ

ແຂວງແຄ໋ງຮ່ວາ:ກຳປັ່ນຫາປາເຄື່ອນໄຫວຢູ່ເຈື່ອງຊາ - ảnh 1
ພາບປະກອບ

(vovworld) - ​ໃນ​ຊຸມ​ວັນ​ຕົ້ນ​ປີ​​ໃໝ່, ກຳ​ປັ່ນ​ນັບ​ຮ້ອຍ​ລຳຂອງ​ຊາວ​ປະມົງບັນດາ​ແຂວງ ຕອນ​ໄຕ້​ພາກ​ກາງ ​​ໄດ້​ເລີ່​ມ​ເຄື່ອນ​ໄຫວ, ​ເປີດ​ສາກ​ໃຫ້​ລະດູ​ຂຸດ​ຄົ້ນ​ຫາ​ປາ​ໃນ​ເຂດ​ທະ​ເລ ​ເຈືອງ​ຊາ, ​ແຂວງ ​ແຄ໋ງຮ່ວາ.

        ຊາວ​ປະມົງ​ຢູ່​ທີ່​ນີ້​ໄດ້​ກະກຽມ​ເຄື່ອງ​ຂອງ​ຢ່າງ​ພຽງພໍ​ໃຫ້ກາ​ນ​ເດີນ​ເຮືອຫາ​ປາ​ເປັນ​ເວລາ​ແຕ່ 20 – 30 ວັນ. ຕາມ​ທ່ານ ຟານ​​ທ້ວນ, ປະທານ​ສະມາຄົມ​ອາຊີບ​ການ​ປະມົງ​ຕາ​ແສງ 6, ນະຄອນຕຸຍ​ຮ່ວາ, ​ແຂວງ ຟູ໋ອຽນ ​ໃຫ້​ຮູ້​ວ່າ: ​​ແຕ່​ວັນ​ທີ 6/1, ຊາວ​ປະມົງ​ບັນດາ​ແຂວງ​ຕ້ອນ​​ໄຕ້​ພາກ​ກາງ​ໄດ້​ເລີ່​ມ​ເຄື່ອນ​ໄຫວ​ຂຸດ​ຄົ້ນ​ສິນ​ທະ​ເລ​ຢູ່​​ເຂດ​ທະ​ເລເຈື່ອງ​ຊາ. ມາ​ຮອດ​ປະຈຸ​ບັນ, ມີ​ກຳ​ປັ່ນ​​ເກືອ​ບ 300 ລຳຂອງ​ຊາວ​ປະມົງ​ຢູ່ 2 ​ແຂວງ ​ແຄ໋ງຮ່ວາ, ຟູ໋ອຽນ​ໄດ້​ເດີນ​ທະ​ເລ​ໄປ​ຫາ​ສິນ​ທະ​ເລ​ຢູ່​​ເຂດ​ທະ​ເລໝູ່​ເກາະ​ເຈື່ອງ​ຊາ, ​ແຂ​ວງ ​ແຄ໋ງຮ່ວາ.

        “ຄວາມ​ຫວັງ​ຂອງ​ພໍ່​ແມ່​ປະຊາຊົນ​ແມ່ນ​ຫາ​ສິນ​ທະ​ເລ​ດ້ວຍ​ປະ​ລິ​ມານ​ຫຼາຍ, ລາຄາ​ປາ​ກໍ່​ສູງ​ຂຶ້ນ. ພໍ່​ແມ່​ປະຊາຊົນ​ທັງ​ຫາ​ປາ ທັງ​ຮ່ວມ​ສຳພັນ​ເຂົ້າກັນ​ເປັນ​ຈຸ​ເປັນ​ກອງນຳ​ກັນ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​​ເຂດ​ທະ​ເລໝູ່​ເກາະ​ຂອງ ຫວຽດນາມ.”

ຂ່າວ/ບົດ​ອື່ນ