ແຂວງແຄງຮ່ວາສະເຫລີມສະຫຼອງ70ປີແຫ່ງວັນປະທານໂຮ່ຈິມິນມາຢ້ຽມຢາມອ່າວກາມແຣງ

ແຂວງແຄງຮ່ວາສະເຫລີມສະຫຼອງ70ປີແຫ່ງວັນປະທານໂຮ່ຈິມິນມາຢ້ຽມຢາມອ່າວກາມແຣງ - ảnh 1
ການ​ສະ​ແດງ​ສິ​ລະ​ປະ​ທີ່​ລາຍ​ການ

 (vovworld)- ​ຕອນ​ບ່າຍ​ວັນ​ທີ 17/10, ຢູ່ ນະ​ຄອນ ກາມ​ແຣງ ແຂວງ ແຄງ​ຮ​ວ່າ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ປະ​ທານ​ໂຮ່​ຈິ​ມີນ ມາ​ຢ້ຽມ​ຢາມ ອ່າວ​ກາມ​ແຣງ (18/10/1946 -18/10/2016), ​ເຊິ່ງ​ແມ່ນໄລ​ຍະ​ທີ່ຖືກ ຝ​ລັ່ງ​ຢຶດ​ຄອງ​ຊົ່ວ​ຄາວ. ເຫດ​ການ​ປະ​ທານ​ໂຮ່​ຈິ​ມີນ ຢ້ຽມ​ຢາມ ອ່າວ ກາມ​ແຣງ ແລະ ພົບ​ປະ​ກັບ ຂ້າ​ຫລວງ​ໃຫຍ່ ຝ​ລັ່ງ D’Argenlieu ເປັນ​ຂີດ​ໝາຍ​ປະ​ຫວັດ​ສາດ​ສຳ​ຄັນ​ໃນ​ຊີ​ວິດແຫ່ງ​ການ​ເຄື່ອນ​ໄຫວ​ປະ​ຕິ​ວັດ​ຂອງ​ເພີ່ນ ພິ​ເສດ​​ແມ່ນໃນ​ຂົງ​ເຂດ​ເຄື່ອນ​ໄຫວ​ຕໍ່​ສູ້​​ດ້ານ​ການ​ທູດ. ທ່ານ​ເລ​ແທງກວາງ, ເລ​ຂາ​ຄະ​ນະ​ພັກ​ແຂວງ ແຄງ​ຮ​ວ່າ ຢືນ​ຢັນ​ວ່າ:

“​ປະ​ຊາ​ຊົນ​ແຂວງແຄງ​ຮ່​ວາ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈເມື່ອ​ທ່ານ​ປະ​ທານ​ໂຮ່​ຈິ​ມີນ ມາ​ຢ້ຽມ​ຢາມ. ການ​ຂົນ​ຂວາຍ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ປະ​ທານ​ໂຮ່​ຈິ​ມີນ ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ນັບ​ມື້​ນັບ​ມີ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ, ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ຕອບ​ສະ​ຫນອງ ແລະ ບັນ​ລຸ​ໄດ້​ຜົນ​ງານ​ຫລາຍ​ຢ່າງ. ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ໃນ​ການກໍ່​ສ້າງ, ປັບ​ປຸງ​ພັກເທົ່າ​ນັ້ນ ຫາກ​ຍັງ​ປຸກ​ລຸກ​ຂະ​ບວນ​ການ​ແຂ່​ງ​ຂັນ​ຮັກ​ຊາດ​ໃນ​​ໝູ່ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​ອີກ​ດ້ວຍ.”


ຂ່າວ/ບົດ​ອື່ນ