ແຂວງ​ແທັງ​ຮ​ວ໊າ ແລກ​ປ່ຽນ​ບົດ​ຮຽນ​, ປະ​ສົບ​ການ​ໃນ​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ກັບ​ແຂວງ ຫົວ​ພັນ ຂອງ​ລາວ

(VOVWORLD) -ວັນທີ 13 ເມສາ, ຢູ່ ປ້ອມທະຫານປ້ອງກັນຊາຍແດນ ດ່ານຊາຍແດນສາກົນ ນາແມວ, ແຂວງແທັງຮວ໊າ ແລະ ແຂວງຫົວພັນຂອງລາວ ໄດ້ຈັດຕັ້ງການແລກປ່ຽນບົດຮຽນ, ປະສົບການໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19. 
ແຂວງ​ແທັງ​ຮ​ວ໊າ ແລກ​ປ່ຽນ​ບົດ​ຮຽນ​, ປະ​ສົບ​ການ​ໃນ​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ກັບ​ແຂວງ ຫົວ​ພັນ ຂອງ​ລາວ - ảnh 1 ແຂວງແທັງຮວ໊າ ໄດ້ໜູນຊ່ວຍບັນດາອຸປະກອນການແພດໃຫ້ແກ່ແຂວງຫົວພັນເພື່ອຮັບໃຊ້ວຽກງານດັ່ງກ່າວ ລວມມູນຄ່າທັງໝົດ 1 ຕື້ດົ່ງ (ພາບ: TTXVN)

ທ່ານ ຟ້າມດັງກວ່ຽນ, ຮອງປະທານຄະນະກຳມະການປະຊາຊົນແຂວງແທັງຮວ໊າ, ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ດ້ວຍການເຂົ້າຮ່ວມຢ່າງພ້ອມພຽງ, ຂ້ຽວຂາດຂອງທັງລະບົບການເມືອງ ແລະ ໄດ້ຮັບການສະໜັບສະໜູນຈາກປະຊາຊົນ, ພາຍຫຼັງປະຕິບັດມາເປັນເວລາ 3 ເດືອນ, ສະພາບການໂລກລະບາດໃນບໍລິເວນແຂວງແທັງຮວ໊າ ພວມຢູ່ໃນຂອບເຂດການຄວບຄຸມໄດ້. ທ່ານສະເໜີໃຫ້ອົງຄະນະພັກ, ອຳນາດການປົກຄອງແຂວງຫົວພັນທຸກຂັ້ນ ຈົ່ງຊີ້ນຳອົງການສາທາລະນະສຸກ, ຫົວໜ່ວຍພາສີຢູ່ດ່ານຊາຍແດນ, ທະຫານປ້ອງກັນຊາຍແດນຂອງແຂວງຫົວພັນ ໃຫ້ມີການແລກປ່ຽນຂໍ້ມູນຂ່າວກ່ຽວກັບສະພາບການໂລກລະບາດໂຄວິດ - 19 ຢ່າງເປັນປະຈຳ. ພ້ອມກັນນັ້ນ, ກໍເພີ່ມທະວີວຽກງານສົມທົບກັນລະຫວ່າງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນຕ່າງໆຢູ່ 2 ຟາກຊາຍແດນ ເພື່ອໂຄສະນາໃຫ້ປະຊາຊົນຮັບຊາບກ່ຽວກັບວິທີປ້ອງກັນ, ສະກັດກັ້ນໂລກລະບາດ ໂດຍບໍ່ປະໃຫ້ປະຊາຊົນໄປ - ມາຢ່າງຜິດກົດໝາຍ ເພື່ອແນໃສ່ສະກັດກັ້ນການແຜ່ລະບາດ ແລະ ການຄວບຄຸມໂລກລະບາດໄດ້ເປັນຢ່າງດີກວ່າ.

ເນື່ອງໃນໂອກາດນີ້, ແຂວງແທັງຮວ໊າ ໄດ້ໜູນຊ່ວຍບັນດາອຸປະກອນການແພດໃຫ້ແກ່ແຂວງຫົວພັນເພື່ອຮັບໃຊ້ວຽກງານດັ່ງກ່າວ ລວມມູນຄ່າທັງໝົດ 1 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ