ແຄ໋ງຮ່ວາ: UNDP ໜູນຊ່ວຍກໍ່ສ້າງເຮືອນ 120 ຫຼັງໃຫ້ແກ່ປະຊາຊົນເຂດຖືກຜົນສະທ້ອນຈາກພາຍຸ

(VOVWORLD) - ແຕ່ລະຄອບຄົວໄດ້ຮັບການໜູນຊ່ວຍ 50 ລ້ານດົ່ງ.

ສະພາກາແດງແຂວງ ແຄ໋ງຮ່ວາ ພວມສົມທົບກັບບັນດາທ້ອງຖິ່ນສຳຫຼວດ, ກວດກາ, ກໍ່ສ້າງເຮືອນ 120 ຫຼັງເພື່ອມອບໃຫ້ບັນດາຄອບຄົວຖືກຜົນສະທ້ອນຈາກພາຍຸ Damrey ເມື່ອທ້າຍປີ 2017 ຜ່ານມາ. ນີ້ແມ່ນຈຳນວນເຮືອນຢູ່ໃນຍອດຈຳນວນ 300 ຫຼັງໂດຍໂຄງການພັດທະນາສະຫະປະຊາຊາດ - UNDP ໜູນຊ່ວຍປະຊາຊົນຖືກຜົນສະທ້ອນຈາກໄພພິບັດທຳມະຊາດຢູ່ 3 ແຂວງ: ແຄ໋ງຮ່ວາ, ຟູ໋ອຽນ, ກ໋ວາງນາມ. ແຕ່ລະຄອບຄົວໄດ້ຮັບການໜູນຊ່ວຍ 50 ລ້ານດົ່ງ. ເປົ້າໝາຍໄດ້ຮັບການໜູນຊ່ວຍແມ່ນຄອບຄົວທຸກຍາກ, ໃກ້ຈະນອນໃນເປົ້າໝາຍທຸກຍາກ, ມີເຮືອນຢູ່ບໍ່ຖາວອນ, ຄົນພິການ, ຜູ້ເຖົ້າຢູ່ໂດດດ່ຽວ…

        ກ່ອນໜ້ານັ້ນ, UNDP ໄດ້ໜູນຊ່ວຍຈຳນວນເງິນ 12 ຕື້ດົ່ງ ເພື່ອສ້ອມແປງເຮືອນຢູ່ໃຫ້ 4.300 ກ່ວາຄອບຄົວໃນບໍລິເວນແຂວງ ແຄ໋ງຮ່ວາ ທີ່ຖືກຜົນສະທ້ອນຍ້ອນພາຍຸ Damrey.

ຕອບກັບ

ຂ່າວ/ບົດ​ອື່ນ