ແຄ໋ງຮ່ວາຄວນໃຫ້ບຸລິມະສິດພັດທະນາການທ່ອງທ່ຽວກາຍເປັນຂົງເຂດເສດຖະກິດທີ່ສຳຄັນ

ແຄ໋ງຮ່ວາຄວນໃຫ້ບຸລິມະສິດພັດທະນາການທ່ອງທ່ຽວກາຍເປັນຂົງເຂດເສດຖະກິດທີ່ສຳຄັນ - ảnh 1
ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸ້ງ ​
ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ແຄ໋ງຮ່ວາ
(ພາບ: Đức Tám - TTXVN)


 (vovworld) - ​ໂດຍ​ສືບ​ຕໍ່​ການ​ປະຕິບັດ​ວຽກງານ​ຢູ່​ເຂດ​ແຄມ​ທະ​ເລ​ຕອນ​ໃຕ້​ພາກ​ກາງຂອງ​ຫວຽດນາມ, ວັນ​ທີ 14/4, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸ້ງ ​ໄດ້​ລົງ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ແຄ໋ງຮ່ວາ ກ່ຽວ​ກັບ​ໝາກຜົນ​ການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ການ​ປ້ອງ​ກັນ, ຕ້ານ​​ໄພແຫ້ງ​ແລ້ງ, ສະພາບ​ນ້ຳ​ເຄັມຊຶມ​ເຂົ້າໃນ​ບໍລິ​ເວນ.

          ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸ້ງ ​ເນັ້ນ​ໜັກ​ວ່າ: ສູນ​ກາງ​ສະໜັບ​ສະ​ໜູນ ​ແລ​ະ ພ້ອມ​ແລ້ວ​ທີ່​ຈະ​ສົມທົບ​ກັບ​ແຂວງ ​ແຄ໋ງຮ່ວາ ​ໃນ​ການ​ພັດທະນາ​ທ່ອງ​ທ່ຽວ​ຄື: ການ​ກໍ່ສ້າງ, ການຄົ້ນ​ຄ້ວາ​ບັນດາ​ຮູບ​​ແບບ​ທ່ອງ​ທ່ຽວ​ໃໝ່ທີ່​ມີ​ປະສິດທິ​ຜົນ​ດ້ານ​ເສດຖະກິດ​ສູງ.​ ທ່ານ​ນາຍົກລັດຖະມົນຕີ ຮຽກຮ້ອງ​ໃຫ້​ແຂວງ ​ແຄ໋ງຮ່ວາ ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ຂອງ​ທ້ອງ​ຖິ່ນ​ຢ່າງ​ສູງ​ສຸດ ​ເພື່ອ​ພັດທະນາ ​ແລະ​ ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ, ພິ​ເສດ​ແມ່ນ​ທ່າ​​ໄດ້​ປຽບດ້ານ​ທ່ອງ​ທ່ຽວ, ການ​ບໍລິການ,​ລ້ຽງ​ປູກ ​ແລະ ປຸງ​ແຕ່ງ​ສິນ​ໃນ​ນ້ຳ; ພັດທະນາ​ການ​ລ້ຽງສັດ, ບັນດາ​ຕົ້ນ​ໄມ້​ກະສິກຳ​ທີ່​​ແທດ​ເໝາະ​ກັບ​ເງື່ອນ​ໄຂດິນ​ຟ້າ​ອາກາດ ​ແລະ ທີ່​ດິນ. ທ່ານ​ນາຍົກລັດຖະມົນຕີ ກໍ່​ຕັກ​ເຕື່ອນວ່າ: ​ແຂວງ ​ແຄ໋ງຮ່ວາ ຄວນປະຕິບັດການ​ຫັນປ່ຽນ​ໂຄງປະກອບ​ກະສິກຳ​ຕິດ​ພັນ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່;​ ຂຸດ​ຄົ້ນ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ເນື້ອ​ທີ່​ດິນ​ປ່າ​ທີ່ກ້ວາງໃຫຍ່; ພັດທະນາ​ອຸດສາຫະກຳ​ປຸງ​ແຕ່ງ​ ​ເພື່ອຮັບ​ໃຊ້ການທ່ອງ​ທ່ຽວ ​ແລະ ການ​ສົ່ງ​ອອກ. ພ້ອມ​ກັນນັ້ນ, ລະດົມ​ແຫຼ່ງກຳລັງການ​ລົງ​ທຶນ​ໂຄງ​ປະກອບ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ-​ສັງຄົມ, ພິ​ເສດ​ແມ່ນ​ຍົກ​ລະດັບສະໜາມ​ບິນ ກາມ​ແຣງ; ​ເອົາ​ໃຈ​ໃສ່​ພິ​ເສດ​ເຖິງການ​ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງຂອງ​ທ້ອງ​ຖິ່ນ; ພ້ອມ​ທັງ​ປະຕິບັດ​ວຽກງານ​ຮັກສາ​ສະພາບ​ແວດ​ລ້ອມຊີວະ​ພາບ​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ