ແຄ໋ງຮ່ວາຈັດງານວາງສະແດງເຄື່ອນທີ່“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ”

ແຄ໋ງຮ່ວາຈັດງານວາງສະແດງເຄື່ອນທີ່“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ” - ảnh 1
(ພາບ​ປະ​ກອບ)

(vovworld) - ແຂວງ​ແຄ໋ງ​ຮ່​ວາ ຈະ​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ເຄື​່ອ​ນ​ທີ່ ແຜນ​ທີ່ ແລະ ເອ​ກະ​ສານ “ຮ່​ວາງ​ຊາ, ເຈື່ອງ​ຊາ​ ຂອ​ງ​ ຫວຽດ​ນ​າມ” ຢູ່​ທຸກ​ເມືອງ, ເທ​ດ​ສະ​ບານ​ໃນ​ບ​ໍ​ລິ​ເວນ​ແຂວງ​ໃນ​ໄລ​ຍະ 2017 – 2020. ງານ​ວາງ​ສະ​ແດງ​ແມ່ນ​ເພື່ອ​ໂຄ​ສະ​ນາ, ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ສຳ​ລັບ 2 ໝູ່​ເກາ​ະ​ຮ່​ວາງ​ຊາ ແລະ ເຈືອງ​ຊາ ເຖິງ​ປະ​ຊາ​ຊາດ​ໃນ​ແຂວງ ແລະ ນັກ​ທ່ອ​ງ​ທ່ຽວ​ມາ​ຢ້ຽມ​ຢາມ​ແຂວງ​ແຄ໋ງ​ຮ່​ວາ, ປະ​ກອບ​ສ່ວນ​ປະ​ຕິ​ເສດ​ຄຳ​ຖະ​ແຫຼ​ງໄຮ້​ເຫ​ດ​ຜົນ​ຂອງ​ຈີນ ສຳ​ລັບ 2 ໝູ່​ເກາະ​ຮ່​ວາງ​ຊາ​ ແລະ ເຈື່ອງ​ຊາ. ຜ່ານ​ບັນ​ດາ​ວັດ​ຖຸ​ພັນ, ແຂກ​ມາ​ຊົມ​ຈະ​ເຫັນ​ໄດ້​ລັດ​ຫວຽດ​ນາມ ແຕ່​ສະ​ໄໝ​ສັກ​ດີ​ນາ ເຖິງ​ໄລ​ຍະ​ສັງ​ຄົມ​ນິ​ຍົມ​ໃນ​ປະ​ຈ​ຸ​ບັນ ທີ່ຂຸ​ດ​ຄົ້ນ, ຢັ້ງ​ຢຶນ, ປະ​ຕິ​ບັດ ແລະ ປົກ​ປັກ​ຮັກ​ສາອ​ະ​ທິ​ປະ​ໄຕ​ແຫ່ງ​ຊາດ​ສຳ​ລັບ 2 ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ແລະ ບັນ​ດາ​ເຂດ​ທະ​ເລ, ເກາະ​ອື່ນ​ຂຶ້ນ​ກັບ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ. ພິ​ເສດ, ບັດ​ກາ​ເອ​ກະ​ສານ​, ແຜນ​ທີ່ເຫຼົ່າ​ນັ້ນ ໄດ້​ຮຽບ​ຮ​ຽງ, ແຕ້​ມ ແລະ ພິ​ມ​ຈຳ​ໜ່າຍ​ແຕ່​ສະ​ຕະ​ວັດ​ທີ 14 ມາ​ຮອດ​ປະ​ຈ​ຸ​ບັນ ຢູ່​ຫວຽດ​ນາມ ແລະ ຢ​ູ່​ຫຼາຍ​ປ​ະ​ເທດ​ໃນ​ໂລ​ກ.

ຂ່າວ/ບົດ​ອື່ນ